lo_tn/exo/13/08.md

4.2 KiB

ໃນມື້ນັ້ນ ຈົ່ງບອກລູກທັງຫລາຍຂອງເຈົ້າ, 'ການເຮັດສິ່ງນີ້ກໍເພາະພຣະຢາເວໄດ້ກະທຳເພື່ອເຮົາໃນຂະນະທີ່ເຮົາອອກມາຈາກເອຢິບ.'

ຖ້ອຍຄຳນີ້ສາມາດເປັນປະໂຫຍກທີ່ເວົ້າແບບທາງອ້ອມ. ອາດແປໄດ້ອີກວ່າ:" ໃນມື້ນັ້ນພວກເຈົ້າຈົ່ງບອກລູກຫລານຂອງພວກເຈົ້າວ່າ ສິ່ງນີ້ເປັນເພາະວ່າພຣະຢາເວໄດ້ກະທຳສຳລັບພວກເຈົ້າ ເມື່ອພວກເຈົ້າອອກມາຈາກເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-quotations)

ນີ້ຈະເປັນດັ່ງສິ່ງເຕືອນໃຈທີ່ມືຂອງເຈົ້າ, ແລະທີ່ຫນ້າຜາກຂອງເຈົ້າ

ສອງອະໄວຍະວະເຫລົ່ານີ້ທີ່ແຕກຕ່າງກັນຂອງຮ່າງກາຍເພື່ອເຕືອນໃຈເພື່ອວ່າປະຊາຊົນຈະບໍ່ລືມສິ່ງທີ່ສຳຄັນບາງຢ່າງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ດັ່ງສິ່ງເຕືອນໃຈທີ່ມືຂອງເຈົ້າ

ໂມເຊບອກໃຫ້ສະຫລອງເທສະການເຫມືອນກັບວ່າມີສິ່ງຂອງທີ່ມັດທີ່ມືຂອງພວກເຂົາເພື່ອເປັນສິ່ງເຕືອນໃຈຂອງສິ່ງທີ່ພຣະຢາເວໄດ້ເຮັດສຳເລັດແລ້ວ. ອາດແປໄດ້ອີກວ່າ: "ເຫມືອນກັບບາງສິ່ງທີ່ເຈົ້າມັດທີ່ມືຂອງພວກເຈົ້າເພື່ອເປັນສິ່ງເຕືອນໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທີ່ຫນ້າຜາກຂອງເຈົ້າ

ໂມເຊບອກໃຫ້ສະຫລອງເທສະການ ເຫມືອນກັບວ່າມີສິ່ງຂອງທີ່ຄຽນໄວ້ທີ່ຫນ້າຜາກຂອງພວກເຂົາເພື່ອເປັນສິ່ງເຕືອນໃຈ ຂອງສິ່ງທີ່ພຣະຢາເວໄດ້ເຮັດສຳເລັດແລ້ວ. ອາດແປໄດ້ອີກວ່າ: "ເຫມືອນກັບບາງສິ່ງທີ່ພວກເຈົ້າຄຽນໄວ້ທີ່ຫນ້າຜາກຂອງພວກເຈົ້າ ເພື່ອເປັນສິ່ງເຕືອນໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນີ້ກໍເພື່ອພຣະບັນຍັດຂອງພຣະຢາເວຈະຢູ່ທີ່ປາກຂອງເຈົ້າ

ຄຳວ່າ "ໃນປາກຂອງເຈົ້າ" ທີ່ນີ້ອ້າງອິງເຖິງຖ້ອຍຄຳທີ່ພວກເຂົາເວົ້າ. ອາດແປໄດ້ອີກວ່າ: "ດັ່ງນັ້ນພວກເຈົ້າຈະເວົ້າຢູ່ຕະຫລອດເວລາຂອງພຣະບັນຍັດຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະຫັດອັນເຂັ້ມແຂງ

ຄຳວ່າ "ພຣະຫັດ" ທີ່ນີ້ແມ່ນອ້າງອິງເຖິງກິດຈະການຂອງພຣະເຈົ້າ ຫລື ງານຂອງພຣະເຈົ້າ. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 6:1. ອາດແປໄດ້ອີກວ່າ: "ຣິດອຳນາດທີ່ເຮົາສະແດງໃຫ້ເຫັນໃນການງານຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)