lo_tn/exo/13/03.md

3.8 KiB

ຈົ່ງລະນຶກເຖິງມື້ນີ້

ຄຳສັບທີ່ວ່າ "ຈົ່ງລະນຶກ...ເຖິງ" ແມ່ນວິທີການເອີ້ນໃຫ້ບາງຄົນມາສົນລະນຶກເຖິງບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ຈົ່ງຈື່ຈຳ ແລະ ສະຫລອງວັນນີ້ (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-explicit]])

ເຮືອນແຫ່ງການເປັນທາດ

ໂມເຊເວົ້າກ່ຽວກັບປະເທດເອຢິບ ເຫມືອນກັບວ່າເຮືອນບ່ອນທີ່ເກັບຮັກສາທາດ. ອາດແປໄດ້ອີກວ່າ: "ສະຖານທີ່ບ່ອນທີ່ເຈົ້າເປັນທາດມາກ່ອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະຫັດຂອງພຣະຢາເວອັນເຂັ້ມແຂງ

ທີ່ນີ້ຄຳວ່າ "ພຣະຫັດ" ຫມາຍເຖິງຣິດອຳນາດ. ເບິ່ງວິທີການແປ "ພຣະຫັດອັນເຂັ້ມແຂງ" ໃນຂໍ້ 6:1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຢ່າກິນເຂົ້າຈີ່ທີ່ມີເຊື້ອແປ້ງ

ປະໂຫຍກນີ້ສາມາດເວົ້າເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຈົ້າຈະຕ້ອງບໍ່ກິນເຂົ້າຈີ່ທີ່ມີເຊື້ອແປ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໃນເດືອນອາບິບ

ນີ້ເປັນຊື່ຂອງເດືອນທຳອິດຂອງປະຕິທິນເຮັບເຣີ. ອາບິບແມ່ນໃນຊ່ວງຕອນປາຍຂອງເດືອນມີນາ ແລະ ຊ່ວງຕອນຕົ້ນຂອງເດືອນເມສາໃນປະຕິທິນຂອງຊາວຕາເວັນຕົກ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-hebrewmonths]] ແລະ [[rc:///ta/man/translate/translate-names]])

ເປັນແຜ່ນດິນທີ່ມີນໍ້ານົມ ແລະນໍ້າເຜີ້ງ

ເມື່ອນໍ້ານົມມາຈາກງົວ ແລະ ແບ້, "ນໍ້ານົມ" ເປັນຕົວແທນຂອງອາຫານທີ່ຜະລິດມາຈາກຝູງສັດ. ເພາະວ່ານໍ້າເຜີ້ງແມ່ນຜະລິດມາຈາກດອກໄມ້, "ນໍ້າເຜີ້ງ" ເປັນຕົວແທນຂອງອາຫານທີ່ມາຈາກຕົ້ນພືດ. ເບິ່ງວິທີການແປນີ້ເພີ່ມເຕີມໃນຂໍ້ 3:7. ອາດແປໄດ້ອີກວ່າ: "ອາຫານທີ່ມາຈາກຝູງສັດ ແລະ ຈາກພືດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຈົ້າຈົ່ງຖືພິທີປະຕິບັດການນະມັດສະການນີ້

ເມື່ອຊາວອິສະຣາເອນອາໄສຢູ່ໃນການາອານ, ພວກເຂົາຕ້ອງສະຫລອງພິທີປັດສະຄາໃນວັນນີ້ຂອງທຸກປີ. ເບິ່ງເພີ່ມເຕີມວິທີການແປວະລີນີ້ໃນຂໍ້ 12:24.