lo_tn/exo/07/03.md

2.0 KiB

ເຮັດໃຫ້ໃຈຂອງຟາຣາໂອໃຈແຂງ

ທີ່ນີ້ "ໃຈ" ອ້າງອິງເຖິງຟາຣາໂອ. ທ່າທີດື້ດ້ານຂອງພະອົງຖືກເວົ້າເຫມືອນກັບວ່າຫົວໃຈຂອງພະອົງແຂງ. ເບິ່ງເພີ່ມເຕີມໃນການແປນີ້ໃນຂໍ້ 4:21. ອາດແປໄດ້ອີກວ່າ: "ຈະເປັນເຫດໃຫ້ຟາຣາໂອມີໃຈດື້ດືງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ບັນດາຫມາຍສຳຄັນ ... ທັງການອັດສະຈັນຫລາຍຢ່າງ

ຄຳວ່າ "ບັນດາຫມາຍສຳຄັນ" ແລະ "ການອັດສະຈັນຫລາຍຢ່າງ" ຄວາມ ຫມາຍພື້ນຖານແລ້ວແມ່ນເຫມືອນກັນ. ພຣະເຈົ້າໃຊ້ພວກມັນເພື່ອເນັ້ນຫນັກເຖິງຄວາມຍິ່ງໃຫຍ່ ສິ່ງຕ່າງໆທີ່ພຣະອົງຈະກະທຳໃນເອຢິບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຢຽດມືຂອງເຮົາ ... ຢຽດມືຂອງເຮົາຂຶ້ນເຫນືອ

ຄຳວ່າ "ມືຂອງເຮົາ" ຫມາຍເຖິງຣິດອຳນາດຂອງພຣະເຈົ້າອັນຍິ່ງໃຫຍ່. ອາດແປໄດ້ອີກວ່າ: "ໃຊ້ຣິດອຳນາດຂອງເຮົາເພື່ອຕໍ່ສູ້ ... ສະແດງໃຫ້ເຫັນການກະທຳອັນຊົງຣິດອຳນາດໃນການຕໍ່ສູ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)