lo_tn/exo/05/03.md

1.4 KiB

ພຣະເຈົ້າຂອງຄົນເຮັບເຣີ

ນີ້ແມ່ນຄຳເວົ້າທີ່ໃຊ້ອີກຄຳເວົ້າສຳລັບພຣະເຈົ້າຂອງອິສະຣາເອນ ຫລື ພຣະຢາເວ.

ຫລືດ້ວຍດາບ

ທີ່ນີ້ "ດາບ" ເປັນຕົວແທນສົງຄາມ ຫລືການໂຈມຕີໂດຍເຫລົ່າສັດຕຣູ. ອາດແປໄດ້ອີກວ່າ: "ຫລືເປັນເຫດໃຫ້ບັນດາສັດຕຣູເຂົ້າມາໂຈມຕີພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຍ້ອນຫຍັງພວກເຈົ້າຈະເຮັດໃຫ້ປະຊາຊົນຖິ້ມວຽກງານຂອງພວກເຂົາ?

ຟາຣາໂອໃຊ້ຄຳຖາມນີ້ເພື່ອສະແດງຄວາມໂກດຮ້າຍຂອງພະອົງຕໍ່ໂມເຊ ແລະ ອາໂຣນຈະເຮັດໃຫ້ຄົນອິສະຣາເອນຖິ້ມວຽກງານຂອງພວກເຂົາໄປ. ອາດແປໄດ້ອີກວ່າ: "ເຊົາລົບກວນປະຊາຊົນຈາກການເຮັດວຽກງານຂອງພວກເຂົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)