lo_tn/exo/04/21.md

2.5 KiB

ຈະເຮັດໃຫ້ລາວໃຈແຂງກະດ້າງ

ທີ່ນີ້ "ໃຈ" ອ້າງອິງເຖິງຟາຣາໂອ. ທ່າທີທີ່ດື້ດ້ານຂອງລາວເວົ້າເຫມືອນກັບວ່າ ເຮັດໃຫ້ໃຈແຂງກະດ້າງ. ອາດແປໄດ້ອີກວ່າ: "ຈະເຮັດໃຫ້ຟາຣາໂອມີໃຈດື້ດ້ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ຊາວອິສະຣາເອນເປັນລູກຊາຍຂອງເຮົາ

ຄຳວ່າ "ອິສະຣາເອນ" ທີ່ນີ້ເປັນຕົວແທນໃຫ້ແກ່ປະຊາຊົນອິສະຣາເອນທັງຫມົດ. ອາດແປໄດ້ອີກວ່າ: "ປະຊາຊົນອິສະຣາເອນທັງຫມົດແມ່ນລູກຂອງເຮົາເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເປັນລູກຊາຍຂອງເຮົາ, ເປັນລູກກົກຂອງເຮົາ

ໃນທີ່ນີ້ປະຊາຊົນອິສະຣາເອນ ເຫມືອນກັບວ່າພວກເຂົາເປັນລູກຊາຍກົກ ຜູ້ຊຶ່ງເປັນເຫດແຫ່ງຄວາມຊື່ນຊົມຍິນດີ ແລະ ຄວາມພູມໃຈ. ອາດແປໄດ້ອີກວ່າ: "ເປັນເຫມືອນລູກຊາຍກົກຂອງເຮົາເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຈົ້າປະຕິເສດທີ່ຈະບໍ່ປ່ອຍລາວໃຫ້ໄປ

ຄຳວ່າ "ລາວ" ອ້າງເຖິງປະຊາຊົນອິສະຣາເອນເຫມືອນລູກຊາຍກົກຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ເຈົ້າປະຕິເສດທີ່ຈະບໍ່ປ່ອຍໃຫ້ລູກຊາຍຂອງເຮົາໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາຈະຂ້າລູກຊາຍກົກຂອງເຈົ້າເສຍ

ຄຳວ່າ: "ລູກຊາຍ" ທີ່ນີ້ອ້າງອິງເຖິງລູກຊາຍແທ້ຂອງໂຟຣາໂອ.