lo_tn/exo/04/10.md

3.5 KiB

ເວົ້າເກັ່ງ

"ນັກເວົ້າທີ່ສຸດຍອດ"

ຂ້ານ້ອຍເປັນຄົນເວົ້າຕິດອ່າງ ແລະບໍ່ຊັດເຈນ

ວະລີທີ່ວ່າ "ເວົ້າຕິດອ່າງ" ແລະ "ເວົ້າບໍ່ຊັດເຈນ" ຄວາມຫມາຍພື້ນຖານເຫມືອນກັນ. ໂມເຊຄຳເວົ້າເຫລົ່ານີ້ເພື່ອເນັ້ນວ່າເຂົາບໍ່ແມ່ນນັກເວົ້າທີ່ດີ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເວົ້າບໍ່ຊັດເຈນ

ໃນນີ້ຄຳວ່າ "ລີ້ນ" ແມ່ນຫມາຍເຖິງຄວາມສາມາດໃນການເວົ້າຂອງໂມເຊ. ອາດແປໄດ້ອີກວ່າ: "ບໍ່ສາມາດເວົ້າໄດ້ດີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຜູ້ໃດສ້າງປາກຂອງມະນຸດ?

ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າພຣະອົງຊົງເປັນພຣະຜູ້ສ້າງເຮັດເຮັດໃຫ້ມະນຸດສາມາດເວົ້າໄດ້. ອາດແປໄດ້ອີກວ່າ: "ເຮົາ ພຣະຢາເວເປັນພຣະຜູ້ສ້າງປາກຂອງມະນຸດ ແລະໄດ້ໃຫ້ສາມາດເວົ້າໄດ້!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຜູ້ໃດສ້າງມະນຸດໃຫ້ປາກກືກ ຫລື ຫູຫນວກ ຫລື ຕາດີ ຫລື ຕາບອດ?

ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າ ພຣະອົງຊົງເປັນຜູ້ນັ້ນທີ່ຕັດສິນໃຈວ່າ ຖ້າມະນຸດສາມາດເວົ້າ ແລະ ໄດ້ຍິນ, ແລະຖ້າພວກເຂົາສາມາດເຫັນໄດ້. ອາດແປໄດ້ອີກວ່າ: "ເຮົາ ພຣະຢາເວເຮັດໃຫ້ມະນຸດສາມາດເວົ້າໄດ້, ຫລື ໄດ້ຍິນ, ຫລື ສາມາດເຫັນ, ຫລື ຕາບອດ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ບໍ່ແມ່ນພຣະຢາເວບໍ?

ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນວ່າ ພຣະອົງຜູ້ດຽວທີ່ເຮັດການຕັດສິນໃຈສິ່ງສິ່ງເຫລົ່ານີ້. ອາດແປໄດ້ອີກວ່າ: "ເຮົາ, ພຣະຢາເວ, ເປັນຜູ້ດຽວທີ່ເຮັດສິ່ງນີ້!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮົາຈະຢູ່ກັບປາກຂອງເຈົ້າ

ໃນນີ້ຄຳວ່າ "ປາກ" ຫມາຍເຖິງຄວາມສາມໃນການເວົ້າຂອງໂມເຊ. ອາດແປໄດ້ອີກວ່າ: "ເຮົາຈະໃຫ້ເຈົ້າມີຄວາມສາມາດໃນກາເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)