lo_tn/exo/03/19.md

2.7 KiB

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂມເຊ.

ເວັ້ນແຕ່ມືຂອງເຂົາຈະຖືກບັງຄັບ

ນີ້ສາມາດເວົ້າໄດ້ໃນຮູບປະໂຫຍກທີ່ຖືກກະທຳ. ຄຳສັບ "ມື" ແມ່ນປຽບເຖິງອຳນາດຂອງຄົນນັ້ນ. ຄວາມຫມາຍທີ່ອາດເປັນໄປໄດ້ 1) "ນອກຈາກເຂົາຈະໄດ້ເຫັນເຂົາບໍ່ມີອຳນາດເຮັດສິ່ງໃດໄດ້", ບ່ອນໃດມີຄຳວ່າ "ມື" ເປັນຂອງຟາຣາໂອ; ບ່ອນໃດມີຄຳວ່າ "ມື" ເປັນຂອງພຣະຢາເວ, 2) "ຖ້າພຽງແຕ່ເຮົາບັງຄັບລາວໃຫ້ປ່ອຍພວກເຈົ້າໄປ" ຫລື 3) "ຖ້າບໍ່ແມ່ນພຽງແຕ່ເຮົາຈະບັງຄັບລາວໃຫ້ປ່ອຍພວກເຈົ້າໄປ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-idiom]] ແລະ rc://*/ta/man/translate/figs-activepassive)

ເຮົາຈະຢຽດມືຂອງເຮົາອອກ ແລະ ຕໍ່ສູ້

ທີ່ນີ້ "ມື" ອ້າງອິງເຖິງຣິດອຳນາດຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ເຮົາຈະຕໍ່ສູ້ດ້ວຍຣິດອຳນາດອັນຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈະບໍ່ຕ້ອງໄປດ້ວຍມືເປົ່າ

ມື - ຄຳສັບນີ້ "ມືເປົ່າ" ຖືກໃຊ້ເພື່ອເຫນັ້ນຄວາມຫມາຍທີ່ກົງກັນຂ້າມກັນ. ອາດແປໄດ້ອີກວ່າ: "ຈະໄປດ້ວຍສິ່ງດີທັງຫລາຍຢູ່ໃນມືຈົນເຕັມ" ຫລື "ຈະໄປດ້ວຍສິ່ງທີ່ມີຄ່າຢ່າງຫລວງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ພວກຜູ້ຍິງຄົນອື່ນໆ ທີ່ອາໄສຢູ່ໃນເຮືອນຂອງເພື່ອນບ້ານນັ້ນ

"ພວກຜູ້ຍິງຊາວເອຢິບອື່ນໆ ທີ່ອາໄສຢູ່ໃນເຮືອນຂອງເພື່ອບ້ານຊາວເອຢິບທັງຫລາຍ"