lo_tn/exo/03/16.md

3.1 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂມເຊ.

ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຈົ້າຄື, ພຣະເຈົ້າຂອງອັບຣາຮາມ, ຂອງອີຊາກ, ແລະຂອງຢາໂຄບ

ອັບຣາຮາມ, ອີຊາກ ແລະຢາໂຄບ ທັງສາມຄົນເປັນບັນພະບູຣຸດຂອງໂມເຊ. ພວກເຂົາທັງຫມົດນະມັດສະການພຣະເຈົ້າອົງດຽວກັນ.

ໂດຍແທ້ຈິງແລ້ວ ເຮົາໄດ້ສັງເກດພວກເຈົ້າ

ຄຳສັບ "ພວກເຈົ້າ" ອ້າງອິງເຖິງປະຊາຊົນອິສະຣາເອນ.

ແຜ່ນດິນທີ່ມີນໍ້ານົມ ແລະນໍ້າເຜິ້ງໄຫລ

"ແຜ່ນດິນທີ່ມີນໍ້ານົມ ແລະນໍ້າເຜິ້ງໄຫລ." ພຣະເຈົ້າໄດ້ເວົ້າເຖິງແຜ່ນດິນນັ້ນເຫມາະສົມສຳລັບສັດທັງຫລາຍ ແລະ ປູກພືດພັນ ເຫມືອນກັບນໍ້ານົມ ແລະນໍ້າເຜິ້ງຈາກບັນດາສັດເຫລົ່ານັ້ນ ແລະ ພືດພັນໄຫລຜ່ານດິນແດນ. ເບິ່ງເພີ່ມເຕີມການແປຂອງນີ້ໃນຂໍ້ 3:7. ອາດແປໄດ້ອີກວ່າ: "ແຜ່ນດິນນັ້ນດີເລີດສຳລັບລ້ຽງສັດ ແລະ ປູກພືດພັນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ໄຫລກັບ

"ເຕັມກັບ" ຫລື "ເຕັມບໍຣິບູນກັບ"

ນໍ້ານົມ

ເມື່ອນໍ້ານົມໄດ້ມາຈາກງົວ ແລະ ແບ້. ນີ້ແມ່ນທຽບກັບອາຫານທີ່ຜະລິດມາຈາກຝູງສັດລ້ຽງ. ອາດແປໄດ້ອີກວ່າ: "ອາຫານຈາກຝູງສັດລ້ຽງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ນໍ້າເຜິ້ງ

ເມື່ອນໍ້າເຜິ້ງຖືກຜະລິດມາຈາກດອກໄມ້, ນີ້ແມ່ນທຽບກັບອາຫານທີ່ໄດ້ມາຈາກພືດພັນ. ອາດແປໄດ້ອີກວ່າ: "ອາຫານໄດ້ມາຈາກພືດພັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະເຊື່ອຟັງຄຳຂອງເຈົ້າ

ຄຳສັບ "ເຈົ້າ" ອ້າງອີງເຖິງໂມເຊ. ອາດແປໄດ້ອີກວ່າ: "ພວກເຖົ້າແກ່ຈະເຊື່ອຟັງເຈົ້າ"