lo_tn/exo/03/13.md

1.8 KiB

ພຣະເຈົ້າຈຶ່ງຕອບໂມເຊວ່າ, "ເຮົາເປັນຜູ້ຊຶ່ງເຮົາເປັນ."

ນີ້ແມ່ນການຕອບຂອງພຣະເຈົ້າຕໍ່ຄຳຖາມຂອງໂມເຊກ່ຽວກັບພຣະນາມຂອງພຣະເຈົ້າ. ນີ້ສາມາດເຮັດໃຫ້ແຈ່ມແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ພຣະເຈົ້າຕອບໂມເຊວ່າ, "ໃຫ້ບອກພວກເຂົາວ່າ ພຣະເຈົ້າບອກຊື່ຂອງພຣະອົງວ່າ, "ເຮົາເປັນຜູ້ຊຶ່ງເຮົາເປັນ."

ເຮົາເປັນຜູ້ຊຶ່ງເຮົາເປັນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ນີ້ແມ່ນປະໂຫຍກທັງຫມົດທີ່ບອກຊື່ຂອງພຣະເຈົ້າ ຫລື 2) ພຣະເຈົ້າບໍ່ໄດ້ບອກພຣະນາມຂອງພຣະອົງແຕ່ໄດ້ບອກບາງສິ່ງບາງຢ່າງກ່ຽວກັບພຣະອົງ. ໂດຍການເວົ້ານີ້, ພຣະເຈົ້າກຳລັງສອນວ່າພຣະອົງເປັນຢູ່ຕະຫລອດໄປເປັນນິດ; ພຣະອົງໄດ້ຊົງມີຊີວິດຢູ່ຕະຫລອດໄປ ແລະ ຈະມີຊີວິດຢູ່ຕະຫລອດໄປ.

ເຮົາເປັນ

ໃນພາສາທັງຫລາຍບໍ່ມີຄຳທີ່ເທົ່າກັບຄຳກຳມະ "ເປັນ" ອາດຈະອ້າງອິງໄດ້ດັ່ງນີ້ "ເຮົາມີຊີວິດຢູ່" ຫລື "ເຮົາມີຢູ່"