lo_tn/exo/03/07.md

2.3 KiB

ພວກນາຍຄຸມງານ

"ພວກນາຍຄຸມທາດ." ເຫລົ່ານີ້ແມ່ນຊາວເອຢິບ ຜູ້ທີ່ໄດ້ເຮັດຫນ້າທີ່ບັງຄັບ ຄົນອິສະຣາເອນໃຫ້ເຮັດວຽກຫນັກ. ເບິ່ງເພີ່ມເຕີມການແປນີ້ໃນຂໍ້ 1:11

ດິນແດນທີ່ມີນໍ້ານົມ ແລະນໍ້າເຜິ້ງໄຫລ

"ດິນແດນບ່ອນທີ່ມີນໍ້ານົມ ແລະ ນໍ້າເຜິ້ງໄຫລ." ພຣະເຈົ້າເວົ້າເຖິງວ່າດິນແດນທີ່ດີສຳລັບຝູງສັດ ແລະ ພືດພັນປຽບເຫມືອນນໍ້ານົມ ແລະ ນໍ້າເຜີ້ງຈາກພວກສັດເຫລົ່ານັ້ນ ແລະ ພືດພັນຈະຫລາຍຕະຫລອດທົ່ວດິນແດນ. ອາດແປໄດ້ອີກວ່າ: "ດິນແດນນັ້ນເປັນດິນທີ່ສຸດຍອດໃນການລ້ຽງສັດ ແລະປູກພືດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ເຕັມໄປດ້ວຍ

"ເຕັມໄປຫມົດ" ຫລື "ມີຢ່າງຄົບບໍຣິບູນ"

ນໍ້ານົມ

ເມື່ອນໍ້ານົມອອກມາຈາກພວກງົວ ແລະພວກແບ້, ນີ້ຈຶ່ງເປັນການສະແດງໃຫ້ເຫັນວ່າອາຫານຈະຜະລິດໂດຍຝູງສັດ. ອາດແປໄດ້ອີກວ່າ: "ອາຫານຈາກຝູງສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ນໍ້າເຜີ້ງ

ເມື່ອນໍ້າເຜີ້ງຜະລິດມາຈາກດອກໄມ້, ນີ້ຈຶ່ງເປັນການສະແດງໃຫ້ເຫັນວ່າອາຫານຈະມາຈາກພືດພັນ. ອາດແປໄດ້ອີກວ່າ: "ອາຫານທີ່ມາຈາກພືດພັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)