lo_tn/exo/02/03.md

2.6 KiB

ກະຕ່າທີ່ສານດ້ວຍໄມ້ອໍ້

ກະຕ່າທີ່ຖືກສານຈາກຫຍ້າສູງ ທີ່ໃຫຍ່ຢູ່ຕາມແມ່ນໍ້າໄນໃນປະເທດເອຢິບ.

ທາດ້ວຍນ້ຳມັນດິນ ແລະທອຍ

ເຈົ້າສາມາດເວົ້າໃຫ້ຊັດແຈ້ງວ່າ ນີ້ແມ່ນກັນບໍ່ໃຫ້ນໍ້າເຂົ້າ. ອາດແປໄດ້ອີກວ່າ: "ທາຢາງໃສ່ມັນເພື່ອກັນບໍ່ໃຫ້ນໍ້າເຂົ້າ" (ເບິ່ງເພີ້ມເຕິມ: rc://*/ta/man/translate/figs-explicit)

ທາ

ທີ່ນີ້ "ທາ" ຫມາຍຄວາມວ່າ ນາງໄດ້ທາໃຫ້ເຄືອບກັນນໍ້າໄດ້.

ຢາງປູທາງ

ນີ້ເປັນສີດຳທີ່ຫນຽວຊຶ່ງເປັນຢາງປູທາງທີ່ເຮັດມາຈາກນໍ້າມັນ. ມັນສາມາດໃຊ້ປ້ອງກັນບໍ່ໃຫ້ນໍ້າເຂົ້າ. ອາດແປໄດ້ອີກວ່າ: "ຢາງປູທາງ" ເບິ່ງເພີ້ມເຕິມ: rc://*/ta/man/translate/translate-unknown)

ທອຍ

ນີ້ແມ່ນສີນໍ້າຕານທີ່ຫນຽວ ຫລື ນໍ້າກາວສີດຳທີ່ສາມາດໄດ້ມາຈາກຕົ້ນຢາງໄມ້ ຫລືຈາກນໍ້າມັນ. ຄ້າຍຄື,"ນໍ້າມັນດິນ" ຊຶ່ງບໍ່ໄດ້ລວມພຽງແຕ່ "ຢາງປູທາງ" ເທົ່ານັ້ນ ແຕ່ຍັງເພີ່ມຢາງຕົ້ນສົນໃສ່ດ້ວຍ. ມັນຈຶ່ງສາມາດໃຊ້ເພື່ອກັນນໍ້າເຂົ້າໄດ້. ອາດແປໄດ້ອີກວ່າ: "ຢາງປູທາງ" ຫລື "ຢາງຕົ້ນສົນ" (ເບິ່ງເພີ້ມເຕິມ: rc://*/ta/man/translate/translate-unknown)

ຕົ້ນອໍ້

ນີ້ແມ່ນ "ຕົ້ນອໍ້" ຊຶ່ງເປັນປະເພດຕົ້ນຫຍ້າທີ່ສູງ ທີ່ເຕິບໃຫຍ່ຕາມທົ່ງພຽງ, ເຂດບ່ອນຊຸ່ມ.

ຢູ່ຫ່າງໆ

ນີ້ຫມາຍເຖິງຢືນຢູ່ຫ່າງໄກພໍ ດັ່ງນັ້ນທີ່ວ່ານາງຈະບໍ່ໄດ້ຮັບຄວາມສົນໃຈ, ແຕ່ໃກ້ພໍທີ່ຈະເຫັນກະຕ່າ.