lo_tn/exo/01/18.md

1.5 KiB

ພວກນາງຫມໍຕຳແຍ

ຍິງເຫລົ່ານີ້ເປັນຜູ້ຊ່ວຍແມ່ຍິງທັງຫລາຍເມື່ອຕອນເກີດລູກ. ເບິ່ງການແປໃນຂໍ້ 1:15.

ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້, ແລະ ປ່ອຍໃຫ້ເດັກນ້ອຍຜູ້ຊາຍມີຊີວິດຢູ່?

ຟາໂຣໄດ້ຖາມຄຳຖາມນີ້ເພື່ອຕຳນິຕິຕຽນນາງຫມໍຕຳແຍສຳລັບການທີ່ປ່ອຍເດັກຜູ້ຊາຍໃຫ້ມີຊີວິດຢູ່. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດຖືກແປເປັນປະໂຫຍກໄດ້ໃຫ້ຊັດເຈນຂຶ້ນ. ອາດແປໄດ້ອີກວ່າ: "ເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຂອງຂ້ອຍ ໂດຍການບໍ່ໄດ້ຂ້າເດັກນ້ອຍຜູ້ຊາຍທັງຫລາຍ!" (ເບິ່ງເພີ່ມເຕິມ: rc://*/ta/man/translate/figs-rquestion).

ພວກຍິງຊາວເຮັບເຣີບໍ່ຄືພວກຍິງຊາວເອຢິບ

ນາງຫມໍຕຳແຍໄດ້ຕອບຢ່າງຊານສະຫລາດ ເພື່ອລົດຄວາມໂກດຮ້າຍຂອງຟາໂຣລົງ.