lo_tn/est/09/01.md

5.0 KiB

ໃນເດືອນທີສິບສອງ, ຄືເດືອນອາດານ, ໃນວັນທີສິບສາມ

ແປຕາມທີ່ທ່ານໄດ້ແປປະໂຫຍກທີ່ຄ້າຍຄືກັນໃນ 3:12.

ເມື່ອກົດຫມາຍຂອງກະສັດ ແລະ ຄຳສັ່ງກຳລັງຈະຖືກສົ່ງອອກໄປນັ້ນ

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ເປັນຮູບພຣະທັມ. ອາດແປໄດ້ອີກວ່າ: "ເມື່ອປະຊາຊົນກຳລັງຈະປະຕິບັດກົດຫມາຍ ແລະ ດຳຣັດຂອງກະສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເມື່ອກົດຫມາຍຂອງກະສັດ ແລະ ຄຳສັ່ງກຳລັງຈະຖືກສົ່ງອອກໄປນັ້ນ

"ສົ່ງອອກໄປ" ແມ່ນຄຳສະແດງທີ່ມີຄວາມຫມາຍວ່າ ເຮັດບາງສິ່ງບາງຢ່າງຕາມທີ່ຖືກບັນຊາຫລືວາງແຜນໄວ້. ອາດແປໄດ້ອີກວ່າ: "ເມື່ອປະຊາຊົນກຳລັງຈະເຊື່ອຟັງກົດຫມາຍ ແລະ ດຳ ຣັດຂອງກະສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຈະມີອຳນາດເຫນືອພວກເຂົາ

ການໄດ້ຮັບອຳນາດເຫນືອປະຊາຊົນແມ່ນຄຳສະແດງສຳລັບການເອົາຊະນະພວກເຂົາ. ອາດແປໄດ້ອີກວ່າ: "ເພື່ອເອົາຊະນະຊາວຢິວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ແຕ່ກັບກາຍເປັນ

"ສະຖານະການໄດ້ຖືກກັບຄືນ." ສະຖານະການທີ່ຖືກກັບຄືນແມ່ນຄຳປຽບທຽບທີ່ມີຄວາມຫມາຍວ່າ ກົງກັນຂ້ວາມກັບສິ່ງທີ່ຄາດຫວັງໃຫ້ເກີດຂຶ້ນ. ອາດແປໄດ້ອີກວ່າ: "ສິ່ງທີ່ກົງກັນຂ້ວາມເກີດຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທຸກແຂວງ

ແປຄືໃນ 1: 1.

ເພື່ອວາງມືໃສ່ຄົນເຫລົ່ານັ້ນທີ່ພະຍາຍາມນຳພັຍພິບັດມາໃຫ້ພວກເຂົາ

ການວາງມືໃສ່ຄົນແມ່ນຄຳອຸປະມາ ເພື່ອຕໍ່ສູ້ກັບພວກເຂົາ. ອາດແປໄດ້ອີກວ່າ: "ເພື່ອຕໍ່ສູ້ກັບສັດຕຣູຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄົນເຫລົ່ານັ້ນທີ່ພະຍາຍາມນຳພັຍພິບັດມາໃຫ້ພວກເຂົາ

ການນຳເອົາພັຍພິບັດມາສູ່ປະຊາຊົນແມ່ນຄຳສະແດງທີ່ເຮັດໃຫ້ມີພັຍພິບັດເກີດຂຶ້ນກັບພວກເຂົາ. ໃນກໍລະນີນີ້ມັນຫມາຍເຖິງ ການທຳລາຍພວກມັນ. ອາດແປໄດ້ອີກວ່າ: "ຜູ້ທີ່ພະຍາຍາມທໍາລາຍພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ບໍ່ມີໃຜຢືນຢັດຕໍ່ສູ້ພວກເຂົາໄດ້

ການຢືນຢັດຕໍ່ສູ້ປະຊາຊົນເປັນຕົວແທນໃຫ້ຕ້ານທານກັບການໂຈມຕີຂອງພວກເຂົາ. ອາດແປໄດ້ອີກວ່າ: "ບໍ່ມີໃຜສາມາດຕ້ານການໂຈມຕີຂອງຊາວຢິວໄດ້" ຫລື "ບໍ່ມີໃຜສາມາດຕໍ່ສູ້ກັບຊາວຢິວໄດ້ຢ່າງປະສົບຜົນສຳເລັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄວາມຢ້ານທີ່ມີຕໍ່ພວກຢິວໄດ້ຕົກຢູ່ນຳຄົນທັງປວງ

ຄວາມຢ້ານກົວທີ່ຕົກໃສ່ປະຊາຊົນເປັນຕົວແທນຂອງຄົນທີ່ມີຄວາມຢ້ານກົວຫລາຍ. ອາດແປໄດ້ອີກວ່າ: "ປະຊາຊົນທັງຫມົດໄດ້ຢ້ານກົວຊາວຢິວຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)