lo_tn/est/07/03.md

4.0 KiB

ຂ້າແຕ່ກະສັດ, ຫາກຂ້ານ້ອຍເປັນທີ່ໂປດປານໃນສາຍພະເນດຂອງພະອົງ

"ຊອກຫາຄວາມໂປດປານ" ແມ່ນຄຳສະແດງທີ່ຫມາຍຄວາມວ່າໄດ້ຮັບການຍອມຮັບ ຫລືວ່າ ພະອົງພໍພະທັຍກັບນາງ. "ໃນສາຍພະເນດຂອງພະອົງ" ແມ່ນການປຽບທຽບທີ່ເປັນຕົວແທນຂອງການປະເມີນຂອງພະອົງ. ອາດແປໄດ້ອີກວ່າ: "ຖ້າທ່ານປະເມີນຂ້ານ້ອຍ ແລະ ອະນຸຍາດ" ຫລື "ຖ້າພະອົງພໍພະທັຍກັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-metaphor]])

ຂໍຊົງໄວ້ຊີວິດຂອງຂ້ານ້ອຍດ້ວຍເຖີດ

ການໄວ້ຊີວິດ ຫມາຍເຖິງການກອບກູ້ເອົາຄົນນັ້ນຈາກການຖືກຂ້າ. ອາດແປໄດ້ອີກວ່າ: "ຊ່ວຍຊີວິດຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນີ້ຄືຄຳຮ້ອງຂອງຂ້ານ້ອຍ

ຄຳນາມ "ຄຳຮ້ອງ" ທີ່ບໍ່ມີຕົວຕົນສາມາດສະແດງອອກດ້ວຍ ຄຳກິລິຍາ "ຂໍ." ອາດແປໄດ້ອີກວ່າ: "ນີ້ແມ່ນສິ່ງທີ່ຂ້ານ້ອຍຮ້ອງຂໍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເພາະພວກເຮົາໄດ້ຖືກຂາຍ

ການຖືກຂາຍແມ່ນສະແດງເຖິງການຖືກທໍຣະຍົດ. ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຮຸບພຣະທັມ. ອາດແປໄດ້ອີກວ່າ: "ສຳ ລັບບາງຄົນທີ່ໄດ້ທໍຣະຍົດຕໍ່ພວກເຮົາ" ຫລື "ສຳລັບບາງຄົນໄດ້ເຮັດໃຫ້ພວກເຮົາຕົກຢູ່ໃນຄວາມອັນຕະຣາຍຂອງສັດຕຣູຂອງພວກເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ໃຫ້ຖືກທຳລາຍ ຖືກຂ້າ, ແລະ ລ້າງຜານເຜົ່າພັນ

ທັງສາມຄຳນີ້ ມີຄວາມຫມາຍດຽວກັນ ແລະ ຖືກນຳໃຊ້ເພື່ອເຈາະຈົງບາງຢ່າງ. ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ເປັນຮູບພຣະທັມ. ອາດແປໄດ້ອີກວ່າ: "ເພື່ອໃຫ້ສັດຕຣູຂອງພວກເຮົາໄດ້ທຳລາຍ, ຂ້າ ແລະ ລ້າງຜານພວກເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-activepassive]])

ຄົນນັ້ນຢູ່ທີ່ໃດ ທີ່ຫົວໃຈຂອງເຂົາຊ່າງຄິດຮ້າຍຫຍັງເຊັ່ນນັ້ນ

ການຄິດໃນໃຈຂອງຄົນເຮົາໃຫ້ເຮັດສິ່ງໃດສິ່ງຫນຶ່ງ ແມ່ນຄວາມຫມາຍວ່າ ກ້າທີ່ຈະເຮັດສິ່ງໃດສິ່ງຫນຶ່ງ. ອາດແປໄດ້ອີກວ່າ: "ຜູ້ທີ່ກ້າເວົ້າແບບນັ້ນຢູ່ໃສ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)