lo_tn/est/06/12.md

2.9 KiB

ເອົາຜ້າຄຸມຫົວຂອງຕົນ

ປະຊາຊົນມັກຈະປົກຫົວຂອງພວກເຂົາ ເພື່ອສະແດງໃຫ້ເຫັນວ່າ ພວກເຂົາມີຄວາມໂສກເສົ້າ ຫລື ອັບອາຍທີ່ສຸດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ເຊເນເຊ

ແປຊື່ຂອງຜູ້ຍິງຄົນນີ້ຄືກັບທີ່ທ່ານໄດ້ເຮັດໃນ 6:12. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຄືຄົນທີ່ທ່ານໄດ້ລົ້ມລົງຕໍ່ຫນ້າເຂົາ

ພວກເຂົາໄດ້ເວົ້າຄືກັບວ່າ ຮາມານ ແລະ ມໍເດໄກ ກຳລັງສູ້ຮົບ, ແລະ ຮາມານ ກຳລັງເລີ່ມພ່າຍແພ້ໃນການສູ້ຮົບ. ການພ່າຍແພ້ການສູ້ຮົບ ຫມາຍເຖິງການຖືກບໍ່ໃຫ້ກຽຕ. ອາດແປໄດ້ອີກວ່າ: "ກ່ອນທີ່ທ່ານຈະຖືກລົດກຽດຕິຍົດໃຫ້ຫນ້ອຍລົງກວ່າເກົ່າ" ຫລື "ກ່ອນທີ່ທ່ານຈະຖືກເຮັດໃຫ້ເສຍຫນ້າ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທ່ານບໍ່ມີວັນຊະນະເຂົາແນ່ນອນ

"ທ່ານຈະບໍ່ຊະນະກັບເຂົາ." ພວກເຂົາເວົ້າຄືວ່າ ຮາມານ ແລະ ມໍເດໄກ ກຳລັງສູ້ຮົບ. ການເອົາຊະນະຄົນອື່ນຫມາຍເຖິງການມີກຽຕສັກສີສູງກວ່າເຂົາ. ອາດແປໄດ້ອີກວ່າ: "ທ່ານຈະບໍ່ມີກຽດຕິຍົດສູງກວ່າທີ່ເຂົາມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທ່ານຈະລົ້ມລົງ ແລະພ່າຍແພ້ຕໍ່ເຂົາ

ພວກເຂົາເວົ້າຄືກັບຮາມານ ແລະ ມໍເດໄກ ກຳລັງຢູ່ໃນການສູ້ຮົບ. ການລົ້ມລົງ, ຫລື ການພ່າຍແພ້ໃນສົງຄາມ, ສະແດງເຖິງການບໍ່ໃຫ້ກຽຕ. ອາດແປໄດ້ອີກວ່າ: "ທ່ານຈະບໍ່ຖືກໃຫ້ກຽຕຕໍ່ຫນ້າ ເຂົາຢ່າງແນ່ນອນ" ຫລື "ທ່ານຈະໄດ້ຮັບຄວາມອັບອາຍຕໍ່ຫນ້າເຂົາຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)