lo_tn/est/06/04.md

2.8 KiB

ຮາມານ

ແປຊື່ຜູ້ຊາຍຄົນນີ້ເຫມືອນຢ່າງທ່ານແປໃນ 3:1

ເດີ່ນດ້ານຫນ້າ

"ເດີນທຳອິດຈາກດ້ານນອກ"

ນຳມໍເດໄກໄປແຂວນຄໍ

ສາມາດເຮັດໃຫ້ຈະແຈ້ງວ່າ ຈຸດປະສົງຂອງການແຂວນຄໍລາວແມ່ນຫຍັງ. ອາດແປໄດ້ອີກວ່າ: "ຂ້າມໍເດໄກ ໂດຍການແຂນຄໍລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ບ່ອນແຂວນຄໍທີ່ເຂົາໄດ້ຈັດຕຽມເອົາໄວ້

ບ່ອນແຂວນຄໍຄືໂຄງສ້າງທີ່ຖືກໃຊ້ເພື່ອຂ້າຄົນ ໂດຍການແຂວນຄໍ. ເບິ່ງວ່າທ່ານແປ "ບ່ອນແຂນຄໍ" ໃນ 5: 14. ອາດແປໄດ້ອີກວ່າ: "ໂຄງສ້າງທີ່ເຂົາຕັ້ງໄວ້ເພື່ອແຂວນລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ຈັດຕັ້ງ

"ສ້າງ"

ກະສັດຍິນດີໃນການໄດ້ຮັບກຽຕ

ຄວາມໂປດປານໃນການເຮັດບາງສິ່ງບາງຢ່າງແມ່ນ ຄຳເວົ້າທີ່ເຮັດໃຫ້ມີຄວາມຍິນດີທີ່ຈະເຮັດບາງສິ່ງບາງຢ່າງ ຫລື ຢາກເຮັດບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ກະສັດຍິນດີທີ່ຈະໃຫ້ກຽຕ" ຫລື "ກະສັດຕ້ອງການໃຫ້ກຽຕ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໄດ້ຄິດຢູ່ໃນໃຈ

ຫົວໃຈສະແດງເຖິງຄວາມຄິດ ແລະ ທັດສະນະ. ອາດແປໄດ້ອີກວ່າ: "ຄິດ" ຫລື "ເວົ້າກັບຕົນເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມີໃຜອີກທີ່ໄດ້ຮັບຄວາມໂປດປານ ແລະກຽດຕິຍົດຈາກກະສັດຫລາຍໄປກວ່າຕົວຂ້ອຍ?

ນີ້ອາດສະແດງອອກເປັນປະໂຫຍກບອກເລົ່າ. "ແນ່ນອນວ່າ ບໍ່ມີໃຜທີ່ກະສັດຈະມີຄວາມຍິນດີຫລາຍກວ່າ ໃນການໃຫ້ກຽຕແກ່ຂ້ອຍຫລາຍກວ່າ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)