lo_tn/est/05/09.md

4.2 KiB

ມໍເດໄກບໍ່ໄດ້ຢືນຂຶ້ນ

ການລຸກຂຶ້ນແມ່ນສັນຍານຂອງຄວາມເຄົາລົບ. ມໍເດໄກ ບໍ່ໄດ້ໃຫ້ຄວາມນັບຖືພິເສດແກ່ ຮາມານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ຄວາມຄຽດຮ້າຍຕໍ່ມໍເດໄກກໍເກີດຂຶ້ນຢູ່ພາຍໃນເຂົາ

ການ “ເຕັມໄປດ້ວຍຄວາມໂກດແຄ້ນ” ຫມາຍເຖິງການໃຈຮ້າຍຫລາຍ. ອາດແປໄດ້ອີກວ່າ: ລາວໃຈຮ້າຍທີ່ສຸດ” (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຖິງຢ່າງໃດກໍດີ

ອາດແປປະໂຫຍກນີ້ວ່າ. "ເຖິງແມ່ນວ່າລາວໃຈຮ້າຍຫລາຍ".

ຮາມານໄດ້ຫ້າມໃຈຕົວເອງ

ຫ້າມໃຈຕົນເອງສະແດງເຖິງການປະຕິເສດບາງສິ່ງບາງຢ່າງທີ່ລາວຕ້ອງການຢາກເຮັດຫລາຍ. ຮາມານຕ້ອງການສະແດງໃຫ້ທ່ານ ມໍເດໄກ ເຫັນວ່າ ລາວໃຈຮ້າຍຫລາຍ. ອາດແປໄດ້ອີກວ່າ: "ຮາມານປະຕິເສດທີ່ຈະສະແດງຄວາມໂກດແຄ້ນຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນາງເຊເຣເຊ

ນີ້ແມ່ນຊື່ຂອງຜູ້ຍິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ແລ້ວຮາມານກໍເລົ່າໃຫ້ພວກເຂົາຟັງເຖິງຄວາມຮັ່ງມີຂອງເຂົາ

"ຄວາມງົດງາມ" ແລະ "ຮັ່ງມີ" ທັງສອງນີ້ເປັນຄຳນາມ. ອາດແປໄດ້ວ່າ: "ຮາມານ ໄດ້ບອກພວກເຂົາກ່ຽວກັບຄວາມຮັ່ງມີຂອງລາວ" ຫລື "ຮາມານໄດ້ບອກພວກເຂົາກ່ຽວກັບສິ່ງທີ່ຍິ່ງໃຫຍ່ຫລາຍຢ່າງທີ່ລາວເປັນເຈົ້າຂອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ທີ່ກະສັດໄດ້ຊົງເລື່ອນຕຳແຫນ່ງທັງຫລາຍຊຶ່ງກະສັດໄດ້ໃຫ້ກຽດຕິຍົດແກ່ເຂົາ

ຄຳນາມ "ການເລື່ອນຕຳແຫນ່ງ" ສາມາດສະແດງອອກດ້ວຍ ຄຳກິລິຍາວ່າ "ເລື່ອນຕຳແຫນ່ງ." ຫມາຍຄວາມວ່າ ກະສັດໄດ້ເອົາວຽກທີ່ສຳຄັນໃຫ້ແກ່ລາວ. ອາດແປໄດ້ອີກວ່າ: "ກະສັດໄດ້ເລື່ອນຕຳແຫນ່ງໃຫ້ລາວຫລາຍຄັ້ງ ແລະ ໄດ້ໃຫ້ກຽຕແກ່ລາວ" ຫລື "ກະສັດໄດ້ໃຫ້ກຽຕລາວຫລາຍເທື່ອໂດຍການໃຫ້ວຽກທີ່ສຳຄັນແກ່ລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ອຳນາດທີ່ເຂົາໄດ້ຮັບເຫນືອຂ້າຣາຊະການ ແລະ ຂ້າຮັບໃຊ້ທັງປວງຂອງກະສັດ

ອຳນາດເຫນືອປະຊາຊົນ ສະແດງໃຫ້ເຫັນເຖິງການກາຍເປັນຄົນທີ່ສຳຄັນກວ່າພວກເຂົາ. ອາດແປໄດ້ອີກວ່າ: "ລາວໄດ້ກາຍເປັນຄົນທີ່ສຳຄັນກວ່າຂ້າຣາຊະການ ແລະ ຜູ້ຮັບໃຊ້ຂອງກະສັດທັງຫມົດແນວໃດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)