lo_tn/est/05/07.md

3.5 KiB

ຄວາມປຣາຖນາ ແລະ ຄຳຮ້ອງຂໍຂອງຂ້ານ້ອຍ

ຄຳວ່າ “ຄວາມປຣາຖນາ” ແລະ“ ການຮ້ອງຂໍ” ຫມາຍເຖິງສິ່ງດຽວກັນ. ນາງອາດຈະໃຊ້ຖ້ອຍຄຳເຫລົ່ານີ້ຮ່ວມກັນເປັນວິທີການເວົ້າຢ່າງເປັນທາງການ ແລະ ເຄົາລົບກະສັດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຖ້າຫາກຂ້ານ້ອຍເປັນທີ່ໂປດປານໃນສາຍພະເນດຂອງພະອົງ

"ສະແຫວງຫາຄວາມໂປດປານ" ແມ່ນຄຳສະແຫລງທີ່ຫມາຍຄວາມວ່າ ໄດ້ຮັບການຍອມຮັບ ຫລືວ່າ ພະອົງພໍພະທັຍກັບນາງ. "ໃນສາຍພະເນດຂອງກະສັດ" ແມ່ນການປຽບທຽບທີ່ເປັນຕົວແທນຂອງການປະເມີນຜົນຂອງກະສັດ. ອາດແປໄດ້ອີກວ່າ: "ຖ້າກະສັດປະເມີນຂ້ານ້ອຍ ແລະ ອະນຸຍາດ" ຫລື "ຖ້າກະສັດພໍພະທັຍກັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-metaphor]])

ຖ້າຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພະອົງ ແລະເປັນທີ່ພໍພຣະທັຍຂອງພະອົງ

ເພື່ອສະແດງອອກເຖິງຄວາມເຄົາລົບຕໍ່ກະສັດ, ບາງເທື່ອປະຊາຊົນກໍບໍ່ໄດ້ເອີ້ນລາວວ່າ "ພະອົງ." ສິ່ງນີ້ສາມາດແປຄຳວ່າ "ພະອົງ" ພ້ອມກັບຄຳອື່ນທີ່ສະແດງອອກເຖິງຄວາມເຄົາລົບ. ອາດແປໄດ້ອີກວ່າ: "ຖ້າພະອົງພໍພະທັຍກັບຂ້ານ້ອຍ, ໂອ້ ກະສັດ, ແລະ ຖ້າມັນເປັນທີ່ພໍພະທັຍພະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ກໍຂໍເຊີນພະອົງ ແລະຮາມານຊົງມາ

ສິ່ງນີ້ສາມາດແປຄຳວ່າ "ພະອົງ" ພ້ອມກັບຄຳອື່ນທີ່ສະແດງອອກເຖິງຄວາມເຄົາລົບ. ອາດແປໄດ້ອີກວ່າ: "ຂໍເຊີນມາ ແລະ ນຳ ຮາມານ" ຫລື "ຂໍເຊີນມາ ແລະ ປ່ອຍໃຫ້ຮາມານກັບພະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ແລະ ຂ້ານ້ອຍຈະຕອບຄຳຖາມຂອງພະອົງ

ສິ່ງນີ້ສາມາດແປກັບຄຳທີ່ວ່າ "ພະອົງ" ພ້ອມກັບຄຳອື່ນທີ່ສະແດງອອກເຖິງຄວາມເຄົາລົບ. ອາດແປໄດ້ອີກວ່າ: "ແລະຂ້ານ້ອຍຈະຕອບຄຳຖາມຂອງພະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)