lo_tn/eph/06/14.md

3.5 KiB

ຈົ່ງຢືນຢັດ,ຫມັ້ນຄົງ

ຄຳວ່າ ''ຢືນຢັດ'' ຫມາຍເຖິງຄວາມສຳເລັດໃນການຕໍ່ຕ້ານ ຫລື ຕໍ່ສູ້ບາງສິ່ງ. ເບິ່ງການແປຄຳວ່າ ''ຢືນຢັດ'' ໃນບົດທີ 6:12 ''ຈົ່ງຕໍ່ຕ້ານຄວາມຊົ່ວ'' (ເບິ່ງ: rc://*/ta/man/translate/figs-metaphor)

ເຂັມຄັດແຫ່ງຄວາມຈິງ

ຄວາມຈິງໄດ້ຍຶດທຸກສິ່ງເຂົ້າໄວ້ດ້ວຍກັນສຳລັບຜູ້ເຊື່ອ ເຊັ່ນດຽວກັບເຂັມຄັດທີ່ຍືດເສື້ອຜ້າຂອງທະຫານເຂົ້າໄວ້ດ້ວຍກັນ. (ເບິ່ງ: rc://*/ta/man/translate/figs-metaphor)

ຄວາມຈິງ... ຄວາມຊອບທັມ

ເຮົາຕ້ອງຮູ້ຄວາມຈິງແລະເຮັດໃນແບບທີ່ພຣະເຈົ້າພໍພຣະທັຍ.

ເສື້ອເກາະເເຫ່ງຄວາມຊອບທັມ

ຄວາມຫມາຍທີ່ເປັນໄປໄດ້ຄື 1)ຂອງປຣະທານແຫ່ງຄວາມຊອບທັມທີ່ຄອບຄອງໃຈຂອງຜູ້ເຊື່ອ ເຫມືອນທັບຊວງອົກທີ່ປົກປ້ອງກັນເອິກຂອງທະຫານຫລື 2)ການດຳເນີນຊີວິດຕາມທີ່ພຣະເຈົ້າຕ້ອງການ ເຮັດໃຫ້ເຮົາມີຈິດສຳນຶກທີ່ດີງາມທີ່ຈະປົກປ້ອງເຮົາ ເຊັ່ນດຽວທີ່ທັບຊວງອົກທີ່ປົກປ້ອງຫນ້າເອິກຂອງທະຫານ. (ເບິ່ງ: rc://*/ta/man/translate/figs-metaphor)

ເອົາຄວາມຕຽມພ້ອມຝ່າຍຂ່າວປະເສີດເລື່ອງສັນຕິສຸກມາສຸບໃສ່ຕີນ

ເຊັ່ນດຽວກັບທະຫານໄດ້ໃສ່ເກີບເພື່ອເຮັດໃຫ້ການຍ່າງຂອງເຂົາຫມັ້ນຄົງ ຜູ້ເຊື່ອຕ້ອງມີຄວາມຮູ້ໃນຂ່າວປະເສິດແຫ່ງສັນຕິສຸກຢ່າງຫມັ້ນຄົງເພື່ອຈະພ້ອມທີ່ຈະປະກາດ. (ເບິ່ງ: rc://*/ta/man/translate/figs-metaphor)

ໃນທຸກສະຖານະການນັ້ນ ຈົ່ງຍົກເອົາຄວາມເຊື່ອເປັນເຂນ

ຜູ້ເຊື່ອຈະຕ້ອງໃຊ້ຄວາມເຊື່ອທີ່ພຣະເຈົ້າປຣະທານໃຫ້ເພື່ອປົກປ້ອງເມື່່ອມານໂຈມຕີ ເຊັ່ນດຽວກັບທະຫານໃຊ້ເຄື່ອງປ້ອງກັນຕົວເອງຈາກການໂຈມຕີຂອງສັດຕຣູ. (ເບິ່ງ: rc://*/ta/man/translate/figs-metaphor)

ລູກສອນໄຟຈາກມານຮ້າຍ

ການໂຈມຕີຂອງມານທີ່ມີຕໍ່ຜູ້ເຊື່ອເປັນເຫມືອນລູກສອນໄຟທີ່ສັດຕຣູຍິງເຂົ້າໃສ່ທະຫານ. (ເບິ່ງ: rc://*/ta/man/translate/figs-metaphor)