lo_tn/eph/05/25.md

3.4 KiB

ຂໍ້ມູນທົ່ວໄປ:

ຄຳວ່າ ''ພຣະອົງເອງ'' ແລະ ''ພຣະອົງ'' ໃນຂໍ້ນີ້ຫມາຍເຖິງພຣະຄຣິດ.( ຄຳວ່າ ''ເຈົ້າ'' ໃນພາສາອັງກິດຫມາຍເຖິງຄຣິສຕະຈັກ.)

ຈົ່ງຮັກເມຍ

ຄຳວ່າ ''ຮັກ'' ໃນຂໍ້ນີ້ຫມາຍເຖິງການປະນິບັດໂດຍບໍ່ເຫັນແກ່ຕົວ ຫລື ການໃຫ້ຄວາມຮັກແກ່ເມຍ.

ສະຫລະພຣະອົງເອງ

''ຊົງຍອມໃຫ້ຄົນອື່ນຂ້າພຣະອົງ''

ພຣະອົງຊົງຊຳລະຄຣິສຕະຈັກໃຫ້ບໍຣິສຸດດ້ວຍນໍ້າກັບດ້ວຍຖ້ອຍຄຳ

ຄວາມຫມາຍທີ່ເປັນໄປໄດ້ຄື1)ໂປໂລ ຫມາຍເຖິງພຣະເຈົ້າໄດ້ຊົງເຮັດໃຫຄົນຂອງພຣະຄຣິດສະອາດໂດຍພຣະຄັມຂອງພຣະເຈົ້າແລະໂດຍການຮັບບັບຕິສະມາໃນນໍ້າໃນພຣະຄຣິດ ຫລື 2)ໂປໂລກຳລັງບອກວ່າພຣະເຈົ້າໄດ້ຊົງລ້າງຈິດວິນຍານຂອງເຮົາຈາກຄວາມບາບໂດຍອາໃສພຣະຄັມຂອງພຣະເຈົ້າ ເຊັ່ນດຽວກັບທີ່ເຮົາລ້າງຮ່າງກາຍເຮົາດ້ວຍນໍ້າ. (ເບິ່ງ: rc://*/ta/man/translate/figs-metaphor)

ເພື່ອໃຫ້ຄຣິສຕະຈັກ... ເພື່ອໃຫ້ຄຣິສຕະຈັກບໍຣິສຸດ... ຊຳລະຄຣິສຕະຈັກ

ໂປໂລເວົ້າເຖິງກຸ່ມຜູ້ເຊື່ອວ່າເປັນເຫມືອນຜູ້ຍິງຄົນຫນຶ່ງທີ່ພຣະເຢຊູຈະຈະແຕ່ງງານດ້ວຍ. ແປອີກຢ່າງຫນຶ່ງວ່າ: ''ເພື່ອເຮົາ... ເຮັດໃຫ້ເຮົາບໍຣິສຸດ... ຊຳລະເຮົາ'' (ເບິ່ງ: rc://*/ta/man/translate/figs-metaphor)

ບໍ່ມີຈຸດດ່າງພ້ອຍແລະຮອຍຫ່ຽວແຫ້ງ

ໂປໂລເວົ້າເຖິງຄຣິສຕະຈັກເຫມືອນກັບວ່າເປັນເຄື່ອງສະອາດແລະຢູ່ໃນສະພາບດີ. ເຈົ້າໃຊ້ແນວຄວາມຄິດດຽວກັນແຕ່ເປັນສອງຮູບແບບເພື່ອເນັ້ນຄວາມບໍຣິສຸດຂອງຄຣິສຕະຈັກ .(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-doublet]])

ບໍຣິສຸດແລະປາສະຈາກຄວາມຜິດ

ຄຳວ່າ ''ປາສະຈາກຄວາມຜິດ'' ມີຄວາມຫມາຍດຽວກັນຄຳວ່າ '''ບໍຣິສຸດ'' ໂປໂລໃຊ້ສອງຄຳນີ້ພ້ອມກັນເພື່ອເນັ້ນຄວາມບໍຣິສຸດຂອງຄຣິສຕະຈັກ. (ເບິ່ງ: rc://*/ta/man/translate/figs-doublet)