lo_tn/eph/05/18.md

2.2 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລ ໄດ້ປິດທ້າຍຄຳສອນຂອງທ່ານວ່າຜູ້ເຊື່ອທັງຫມົດຄວນດຳເນີນຊີວິດຢ່າງໃດ.

ຢ່າເມົາເຫລົ້າອາງຸ່ນ

''ແລະເຈົ້າບໍ່ຄວນເມົາຈາກການດື່ມເຫລົ້າອາງຸ່ນ''

ຈົ່ງເຕັມລົ້ນດ້ວຍພຣະວິນຍານບໍຣິສຸດ

''ແຕ່ເຈົ້າຄວນໃຫ້ພຣະວິນຍານບໍຣິສຸດຊົງຄວບຄຸມເຈົ້າແທນ''

ບົດເພງນະມັດສະການ ບົດເພງສັນຣະເສີນ ແລະເພງຝ່າຍວິນຍານ

ຄວາມຫມາຍທີ່ເປັນໄປໄດ້ຄື1)ໂປໂລ ໃຊ້ຄຳເຫລົ່ານີ້ເປັນຄຳປຽບທຽບເຖິງ ''ເພງທຸກຮູບແບບທີ່ຈະສັນຣະເສີນພຣະເຈົ້າ ''ຫລື 2) ໂປໂລ ກຳລັງເວົ້າເຖິງເນື້ອຂອງເພງ. (ເບິ່ງ: rc://*/ta/man/translate/figs-merism)

ບົດເພງສັນຣະເສີນ

ຄວາມຫມາຍທີ່ເປັນໄປໄດ້ຄື1)ຄຳອ້າງອີງທີ່ມາຈາກພຣະຄັມເພງສັນຣະເສີນ ຫລື 2)ເພງນະມັດສະການອັນໃດກໍ່ໄດ້.

ບົດເພງນະມັດສະການ

ບົດເພງທີ່ສັນຣະເສີນພຣະບິດາ ຫລື ພຣະບຸດ

ເພງຝ່າຍວິນຍານ

ຄວາມຫມາຍທີ່ເປັນໄປໄດ້ຄື1)ເພງເຫລົ່ານີ້ເປັນເພງກ່ຽວກັບພຣະເຈົ້າ 2)ເຫລົ່ານີ້ເປັນເພງທີ່ພຣະວິນຍານບໍຣິສຸດປຣະທານໃຫ້ ຫລື 3)ຄຳນີ້ເຫມືອນກັບຄຳວ່າ ''ເພງສັນຣະເສີນ'' ແລະບໍ່ຈຳເປັນຕ້ອງແຍກຄຳ.