lo_tn/eph/05/15.md

1.8 KiB

ຈົ່ງລະວັງວິທີການດຳເນີນຊີວິດຂອງເຈົ້າໃຫ້ເຫມືອນຄົນມີປັນຍາ ຢ່າເຫມືອນຢ່າງຄົນໂງ່ຈ້າ

ຄົນໂງ່ຈ້າບໍ່ໄດ້ປ້ອງກັນຕົວເອງຈາກຄວາມບາບ. ແຕ່ວ່າຄົນມີປັນຍາສາມາດແຍກແຍະ ແລະຫນີຈາກຄວາມບາບໄດ້. ແປອີກຢ່າງຫນຶ່ງວ່າ: ''ດັ່ງນັ້ນເຈົ້າຕ້ອງລະມັດລະວັງໃນການໃຊ້ຊີວິດໃນຖານະຄົນມີປັນຍາຫລາຍກວ່າ ຄົນໂງ່ຈ້າ'' (ເບິ່ງ: [[rc:///ta/man/translate/figs-doublenegatives]] ແລະ [[rc:///ta/man/translate/figs-parallelism]])

ຈົ່ງໃຊ້ເວລາໃຫ້ເປັນປະໂຫຍດ

''ໃຊ້ເວລາຂອງເຈົ້າໃຫ້ເປັນປະໂຫຍດຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້ ''ໃຊ້ເວລາຢ່າງສະຫລາດ,'' ຫລື ''ໃຊ້ເວລາໃຫ້ດີທີ່ສຸດ'' (ເບິ່ງ: rc://*/ta/man/translate/figs-idiom)

ເພາະທຸກວັນນີ້ເປັນເວລາແຫ່ງຄວາມຊົ່ວຮ້າຍ

ຄຳວ່າ ''ທຸກວັນນີ້'' ເປັນຄຳປຽບທຽບເຖິງສິ່ງທີ່ຜູ້ເຮັດກັນໃນຊ່ວງເວລານັ້ນ. ແປອີກຢ່າງຫນຶ່ງວ່າ: ''ເພາະຜູ້ຄົນຮອບຂ້າງເຈົ້າເຮັດຄວາມຊົ່ວໃນທຸກຮູບແບບ''(ເບິ່ງ: rc://*/ta/man/translate/figs-metonymy)