lo_tn/eph/05/08.md

3.8 KiB

ເພາະເມື່ອກອ່ນເຈົ້າເຄີຍຢູ່ໃນຄວາມມຶດ

ເຊັ່ນດຽ່ວກັບການບໍ່ສາມາດເຫັນໃນທີ່ມືດ, ດັ່ງນັ້ນຄົນທີ່ມັກເຮັດບາບກໍໍ່ຈະຂາດຄວາມເຂົ້າໃຈຝ່າຍວິນຍານ. (ເບິ່ງ: rc://*/ta/man/translate/figs-metaphor)

ແຕ່ຕອນນີ້ເຈົ້າເປັນຄົນຝ່າຍຄວາມສະຫວ່າງໃນອົງພຣະຜູ້ເປັນເຈົ້າແລັວ

ເຊັ່ນດຽວກັບການທີ່ຄົນເຮົາເຫັນໃນຄວາມສະຫວ່າງ, ດັ່ງນັ້ນຄົນທີ່ພຣະເຈົ້າໄດ້ຊ່ວຍໃຫ້ລອດເຂົ້າໃຈວິທີທີ່ຈະເຮັດໃຫ້ພຣະເຈົ້າຊົງພໍພຣະທັຍ. (ເບິ່ງ: rc://*/ta/man/translate/figs-metaphor)

ຈົ່ງດຳເນີນຢ່າງລູກຂອງຄວາມສະຫວ່າງ

''ຈົ່ງໃຊ້ຊີວິດແບບຄົນທີ່ເຂົ້າໃຈວ່າອົງພຣະຜູ້ເປັນເຈົ້າຕ້ອງການໃຫ້ເຂົາປະຕິບັດຢ່າງໃດ'' (ເບິ່ງ: rc://*/ta/man/translate/figs-metaphor)

ຜົນຂອງຄວາມສະຫວ່າງປະກອບດ້ວຍຄຸນຄວາມດີ ຄວາມຊອບທັມແລະຄວາມຈິງທຸກປະການ

ເຊັ່ນດຽວກັບຕົ້ນໄມ້ທີ່ມີສຸຂະພາບດີ,ກໍ່ຈະອອກຜົນດີ ບັນດາຜູ້ເຊື່ອກໍ່ຈະເຮັດໃນສິ່ງທີ່ດີ, ເຮັດໃນສິ່ງທີຊອບທັມທີ່ພຣະເຈົ້າຊົງຕ້ອງການໃຫ້ເຂົາເຮັດ, ແລະຈະເວົ້າຖ້ອຍຄຳແຫ່ງຄວາມຈິງ.(ເບິ່ງ: rc://*/ta/man/translate/figs-metaphor)

ຢ່າເຂົ້າໄປມີສ່ວນໃດໆກັບການກະທຳຝ່າຍຄວາມມຶດອັນບໍ່ມີປະໂຫຍດຫຍັງ

ໂປໂລ ເວົ້າເຖິງສິ່ງທີບໍ່ມີປະໂຫຍດແລະຄວາມບາບທີ່ບັນດາຄົນທີ່ບໍ່ເຊື່ອເຮັດ ວ່າພວກເຂົາເປັນຄົນທີ່ເຮັດຊົ່ວໃນທີ່ມືດ ດັ່ງນັ້ນຈຶ່ງບໍ່ມີໃຜເຫັນພວກເຂົາ .ແປອີກຢ່າງຫນຶ່ງວ່າ: ''ຢ່າເຮັດສິ່ງທີ່ໄຮ້ປະໂຫຍດ,ແລະຄວາມບາບເຫມືອນພວກທີ່ບໍ່ເຊື່ອ'' (ເບິ່ງ: rc://*/ta/man/translate/figs-metaphor)

ການເຮັດ ທີ່ໄຮ້ປະໂຫຍດ

ກາດເຮັດສິ່ງບໍ່ດີ, ບໍ່ມີປະໂຫຍດ, ຫລື ບໍ່ເກີດຜົນໃດໆເລີຍ (ເບິ່ງ: rc://*/ta/man/translate/figs-metaphor)

ຈົ່ງເປີດເຜີຍສິ່ງເຫລົ່ານັ້ນອອກສູ່ຄວາມສະຫວ່າງ

''ເອົາສິ່ງເຫລົ່ານັ້ນອອກມາສູ່ຄວາມສະຫວ່າງ'' ຫລື ''ເປີດເຜີຍສິ່ງເຫລົ່ານີ້'' ຫລື ''ສະແດງ ຫລື ບອກໃຫ້ຄົນອື່ນຮູ້ວ່າການກະທຳເຫລົ່ານີ້ຜິດຢ່າງໃດ'' (ເບິ່ງ: rc://*/ta/man/translate/figs-metaphor)