lo_tn/eph/05/01.md

2.3 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລ ໄດ້ບອກຜູ້ເຊື່ອວ່າພວກເຂົາຄວນແລະບໍ່ຄວນດຳເນີນຊີວິດແບບໃດໃນຖານະລູກຂອງພຣະເຈົ້າ.

ເພາະສະນັ້ນ ຈົ່ງເປັນຜູ້ທີ່ເຮັດຕາມແບບພຣະເຈົ້າເຖີດ

''ສະນັ້ນ ເຈົ້າຄວນເຮັດຕາມທີ່ພຣະເຈົ້າຊົງເຮັດ'' ສະນັ້ນ ໃຫ້ກັບໄປເບິ່ງບົດທີ 4:31 ທີ່ບອກເຮົາວ່າເປັນຫຍັງຜູ້ເຊື່ອຄວນເຮັດຕາມແບບຢ່າງພຣະເຈົ້າ ເພາະວ່າພຣະຄິດໄດ້ອະພັຍໂທດບາບຂອງຜູ້ເຊື່ອແລັວ.

ໃນຖານະທີ່ເປັນລູກທີ່ຊົງຮັກ

ພຣະເຈົ້າປາຖນາໃຫ້ເຮົາເຮັດຕາມແບບແລະເຮັດຕາມ ພຣະອົງໃນຖານະທີ່ເຮົາເປັນລູກຂອງພຣະອົງ ແປອີກຢ່າງຫນຶ່ງວ່າ: ''ໃນຖານະລູກທີ່ຊົງຮັກທີ່ເຮັດຕາມແບບຢ່າງ ພໍ່'' ຫລື ''ເພາະວ່າເຈົ້າເປັນລູກຂອງພຣະອົງແລະພຣະອົງຊົງຮັກເຈົ້າຢ່າງຫລວງຫລາຍ''(ເບິ່ງ: rc://*/ta/man/translate/figs-simile)

ຈົ່ງດຳເນີນຊີວິດຢູ່ໃນຄວາມຮັກ

ຄຳວ່າດຳເນີນເປັນວິທີປົກກະຕິທີ່ໃຊ້ບັນລະຍາຍແນວຄິດທີ່ ໃຊ້ຊີວິດຂອງຄົນໆຫນຶ່ງ. ແປອີກຢ່າງຫນຶ່ງວ່າ: ''ຈົ່ງໃຊ້ຊີວິດແຫ່ງຄວາມຮັກ" (ເບິ່ງ: rc://*/ta/man/translate/figs-personification)

ເຄື່ອງບູຊາອັນເປັນກິ່ນຫອມຕໍ່ພຣະເຈົ້າ

''ເປັນເຫມືອນເຄື່ອງບູຊາອັນຫອມຫວານທີ່ຖວາຍແດ່ພຣະເຈົ້າ''