lo_tn/eph/04/23.md

1.8 KiB

ໃຫ້ວິນຍານຈິດຂອງເຈົ້າຖືກຊົງຕັ້ງຂຶ້ນໃຫມ່

ປະໂຫຍກນີ້ສາມາດລຽງໃຫມ່ໄດ້ໂດຍໃຫ້ປະທານໃນປະໂຫຍກເປັນຜູ້ເຮັດ. ແປອີກຢ່າງຫນຶ່ງວ່າ: ''ຍອມໃຫ້ພຣະເຈົ້າປ່ຽນທ່າທີແລະຄວາມຄິດຂອງເຈົ້າ'' ຫລື ''ຍອມຮັບທ່າທີແລະຄວາມຄິດໃຫມ່ຈາກພຣະເຈົ້າ'' (ເບິ່ງ: rc://*/ta/man/translate/figs-activepassive)

ຈົ່ງສວມສະພາບມະນຸດໃຫມ່ຊຶ່ງຊົງສ້າງຂຶ້ນໃຫມ່ຕາມແບບພຣະລັກສະນະຂອງພຣະເຈົ້າ

ໂປໂລ ກຳລັງເວົ້າເຖິງລະດັບມາດຕະຖານຂອງສິລະທັມວ່າເປັນເຫມືອນກັບເສື້ອຜ້າຜືນຫນຶ່ງ ແປອີກຢ່າງຫນຶ່ງວ່າ: ''ໃຫ້ດຳເນີນຕາມຊີວິດໃຫມ່ ຂອງເຈົ້າຊຶ່ງຖືກສ້າງຕາມພຣະລັກສະນະຂອງພຣະເຈົ້າ'' ຫລື ''ຈົ່ງເລີ້ມໃຊ້ຊີວິດແບບໃຫມ່ເພາະເຈົ້າໄດ້ຖືກສ້າງຕາມພຣະລັກສະນະຂອງພຣະເຈົ້າ'' (ເບິ່ງ: rc://*/ta/man/translate/figs-metaphor)

ໃນຄວາມຊອບທັມແລະໃນຄວາມບໍຣິສຸດທີ່ແທ້ຈິງ

''ຊອບທັມແລະບໍຣິສຸດຢ່າງແທ້ຈິງ''