lo_tn/eph/04/17.md

4.8 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລ ບອກພວກເຂົາເຖິງສິ່ງທີ່ພວກເຂົາບໍ່ຄວນເຮັດອີກຕໍ່ໄປແລັວໃນຕອນນີ້ໃນຖານະທີ່ພວກເຂົາໄດ້ເປັນຜູ້ເຊື່ອທີ່ໄດ້ຖືກປຣະທັບຕຣາໄວ້ແລັວໂດຍພຣະວິນຍານບໍຣິສຸດຂອງພຣະເຈົ້າ.

ດ້ວຍເຫດນີ້ຂ້າພະເຈົ້າຈຶ່ງຂໍກ່າວແລະເເນະນຳພວກເຈົ້າໃນອົງພຣະຜູ້ເປັນເຈົ້າ

''ເພາະສິ່ງນີ້ທີ່ເຮົາເຄີຍເວົ້າໄວ້ ເຮົາໄດ້ບອກບາງຢ່າງເພີ່ມເຕີມເພື່ອຫນູນໃຈເຈົ້າ ເພາະວ່າພວກເຮົາທຸກຄົນຕ່າງເປັນຄົນຂອງອົງພຣະຜູ້ເປັນເຈົ້າ''

ພວກເຈົ້າຈົງຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດທີ່ມີຄວາມຄິດທີໂງ່ອັນຫາປະໂຫຍດບໍ່ໄດ້ອີກຕໍ່ໄປ

ຄຳວ່າດຳເນີນ ເປັນຄຳປຽບທຽບເຖິງວິທີທີ່ຜູ້ຄົນໃຊ້ຊີວິດຂອງຕົນເອງ. ແປອີກຢ່າງຫນຶ່ງວ່າ: ''ໃຫ້ຢຸດໃຊ້ຊີວິດແບບຄົນຕ່າງຊາດທີ່ຄວາມຄິດຂອງພວກເຂົາບໍ່ມີປະໂຫຍດ. (ເບິ່ງ: rc://*/ta/man/translate/figs-idiom)

ຄວາມຄິດຂອງພວກເຂົາຖືກເຮັດໃຫ້ມືດມົນໄປ

ພວກເຂົາບໍ່ມີທາງຄິດ ຫລື ມີເຫດຜົນໄດ້ຢ່າງຊັດເຈນອີກຕໍ່ໄປ. ແປອີກຢ່າງຫນຶ່ງວ່າ: ''ພວກເຂົາມີຄວາມຄິດທີ່ມືດມົວໄປ'' ຫລື '' ພວກເຂົາບໍ່ສາມາດເຂົ້າໃຈໄດ້'' (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ພວກເຂົາຖືກເຮັດໃຫ້ຫ່າງໄກຈາກຊີວິດຂອງພຣະເຈົ້າໂດຍຄວາມຮູ້ເທົ່າບໍ່ເຖິງການທີ່ມີຢູ່ໃນພວກເຂົາ

ປະໂຫຍກນີ້ສາມາລຽງໃຫມ່ໄດ້ໂດຍໃຫ້ປະທານໃນປະໂຫຍກເປັນຜູ້ເຮັດກໍ່ໄດ້ . ແປອີກຢ່າງຫນຶ່ງວ່າ: ''ເພາະພວກເຂົາບໍ່ຮູ້ຈັກພຣະເຈົ້າ ພວກເຂົາຈຶ່ງບໍ່ສາມາດໃຊ້ຊີວິດແບບທີ່ພຣະເຈົ້າຕ້ອງການໃຫ້ຄົນຂອງພຣະອົງໃຊ້ຊີວິດ'' ຫລື ''ພວກເຂົາໄດ້ຕັດຕົວເອງອອກຈາກຊີວິດຂອງພຣະເຈົ້າເພາະຄວາມໂງ່ງາ່ວຂອງພວກເຂົາ'' (ເບິ່ງ: rc://*/ta/man/translate/figs-activepassive)

ຫ່າງໄກ

''ຕັດອອກ'' ຫລື ''ແຍກອອກ''

ຄວາມໂງ່

''ຂາດຄວາມຮູ້'' ຫລື ''ຂາດຂໍ້ມູນ''

ເນື່ອງຈາກຫົວໃຈທີ່ແຂງກະດ້າງ

ພວກເຂົາປະຕິເສດທີ່ຈະຟັງພຣະເຈົ້າແລະຕິດຕາມຄຳສອນຂອງພຣະອົງ. (ເບິ່ງ: rc://*/ta/man/translate/figs-metonymy)

ພວກເຂົາປ່ອຍຕົວຕາມໂລພາຕັນຫາ

ໂປໂລ ເວົ້າເຖິງຄົນເຫລົ່ານີ້ເຫມືອນກັບວ່າພວກເຂົາເປັນວັດຖຸທີ່ພວກເຂົາໄດ້ຍົກຕົວເອງໃຫ້ແກ່ຄົນອື່ນ ແລະ ລາວໄດ້ເວົ້າເຖິງການທີ່ພວກເຂົາຢາກສະຫນອງຄວາມຕ້ອງການຝ່າຍເນື້ອຫນັງຄືກັບຄົນອື່ນພວກເຂົາໄດ້ຍົກຕົວເອງໃຫ້. ແປອີກຢ່າງຫນຶ່ງວ່າ: ''ພຽງເພື່ອສະຫນອງຄວາມຕ້ອງການຝ່າຍເນື້ອຫນັງຂອງຕົນເອງ'' (ເບິ່ງ: rc://*/ta/man/translate/figs-metaphor)