lo_tn/eph/04/11.md

3.5 KiB

ພຣະອົງໄດ້ປຣະທານຫນ້າທີ່ເຫລົ່ານີ້

ຜູ້ທີ່ພຣະຄຣິດໄດ້ມອບຂອງປຣະທານຕ່າງໆ ໃຫ້ສາມາດລະບຸໄວ້ຊັດເຈນໄດ້. ແປອີກຢ່າງຫນຶ່ງວ່າ: ''ພຣະຄຣິດປຣະທານຫນ້າທີ່ເຫລົ່ານີ້ໃຫ້ແກ່ຄຣິສຕະຈັກ'' ຫລື ''ພຣະອົງຊົງປຣະທານຜູ້ທີ່ມີຄວາມຮັບຜິດຊອບເຫລົ່ານີ້ໃຫ້ແກ່ຄຣິສຕະຈັກ'' (ເບິ່ງ: rc://*/ta/man/translate/figs-explicit)

ເພື່ອຕຽມໄພ່ພົນຂອງພຣະອົງ

''ເພື່ອຕຽມຄົນທີ່ພຣະອົງໄດ້ຊົງແຍກໄວ້ ''ຫລື ''ເພື່ອຈັດຕຽມໃຫ້ແກ່ຜູ້ເຊື່ອ''

ສຳລັບງານແຫ່ງການຮັບໃຊ້

''ເພື່ອພວກເຂົາຈະໄດ້ຮັບໃຊ້ຄົນອື່ນ''

ເພື່ອເສີມສ້າງພຣະກາຍຂອງພຣະຄຣິດ

ໂປໂລ ກຳລັງເວົ້າເຖິງຜູ້ຄົນຜູ້ເຕີບໂຕໃຫຍ່ຝ່າຍວິນຍານເຫມືອນກັບວ່າພວກເຂົາກຳລັງອອກກຳລັງກາຍເພື່ອເພີ່ມກຳລັງໃຫ້ແກ່ຮ່າງກາຍ. (ເບິ່ງ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-idiom]])

ເສີມສ້າງ

''ປັບປຸງ''

ພຣະກາຍຂອງພຣະຄຣິດ

''ພຣະກາຍຂອງພຣະຄຣິດ'' ຫມາຍເຖິງສະມາຊິກທັງຫມົດທຸກຄົນຂອງຄຣິສຕະຈັກຂອງພຣະຄຣິດ.

ບັນລຸເຖິງຄວາມເປັນນໍ້າຫນຶ່ງໃຈດຽວກັນໃນຄວາມເຊື່ອແລະຄວາມຮູ້ເຖິງພຣະບຸດຂອງພຣະເຈົ້າ

ບັນດາຜູ້ເຊື່ອຕ້ອງຮູ້ວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ ຖ້າພວກເຂົາຫາກເປັນນໍ້າຫນຶ່ງໃຈດຽວກັນໃນຄວາມເຊື່ອແລະເຕີບໂຕໃຫຍ່ຂຶ້ນໃນຖານະຂອງຜູ້ເຊື່ອ.

ບັນລຸເຖິງຄວາມເປັນນໍ້າຫນຶ່ງໃຈດຽວກັນໃນຄວາມເຊື່ອ

''ຈົນເຂັ້ມແຂງຂຶ້ນໃນຄວາມເຊື່ອເທົ່າທຽມກັນ'' ຫລື ''ຈົນຮ່ວມກັນເປັນຫນຶ່ງໃຈດຽວໃນຄວາມເຊື່ອ''

ພຣະບຸດຂອງພຣະເຈົ້າ

ນີ້ຄືຄຳນຳຫນ້າຊື່ທີ່ສຳຄັນຂອງພຣະເຢຊູ. (ເບິ່ງ: rc://*/ta/man/translate/guidelines-sonofgodprinciples)

ຈົນກວ່າພວກເຂົາຈະກາຍເປັນຜູ້ໃຫຍ່

''ກາຍເປັນຜູ້ເຊື່ອທີ່ເປັນຜູ້ໃຫຍ່''

ຜູ້ໃຫຍ່

''ພັດທະນາຂຶ້ນຢ່າງເຕັມທີ່,''ເຕີບໂຕໃຫຍ່ຂຶ້ນ,'' ຫລື ''ສົມບູນ''