lo_tn/eph/03/17.md

6.3 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລ ໄດ້ອະທິຖານຕໍ່ຈາກທີ່ລາວເລີ່ມໄວ້ໃນບົດທີ່3:14.

ຂໍໃຫ້ພຣະຄຣິດສະຖິດໃນໃຈເຈົ້າໂດຍທາງຄວາມເຊື່ອ, ເຮົາອະທິຖານຂໍໃຫ້ຕັ້ງຫມັ້ນແລະຫມັ້ນຄົງໃນຄວາມຮັກຂອງພຣະອົງ

ນີ້ເປັນເລື່ອງທີສອງທີ່ໂປໂລໄດ້ອະທິຖານຂໍໃຫ້ພຣະເຈົ້າ ''ປຣະທານ'' ໃຫ້ແກ່ຊາວເອເຟໂຊ ''ຕາມຄວາມອຸດົມສົມບູນແຫ່ງພຣະສະຫງ່າຣາສີຂອງພຣະອົງ'' ປະການທຳອິດຄືເພື່ອພວກເຂົາຈະໄດ້ ''ເຂັ້ມແຂງ" (3:14).

ໃຈ ທາງຄວາມເຊື່ອ

ຄຳວ່າ ''ໃຈ'' ໃນຂໍ້ນີ້ຫມາຍເຖິງຕົວຕົນພາຍໃນຂອງຄົນນັ້ນ ແລະ ''ທາງ'' ເວົ້າເຖິງທີ່ພຣະຄຣິດຊົງສະຖິດຢູ່ພາຍໃນຜູ້ເຊື່ອພຣະຄຣິດຊົງສະຖິດໃນໃຈຂອງຜູ້ເຊື່ອເພາະພຣະເຈົ້າຊົງໂຜດໃຫ້ພວດເຂົາມີຄວາມເຊື່ອໂດຍພຣະຄຸນຂອງພຣະອົງ (ເບິ່ງ: rc://*/ta/man/translate/figs-metonymy)

ທາງຄວາມເຊື່ອ ເຮົາອະທິຖານຂໍໃຫ້ຕັ້ງຫມັ້ນແລະປັກຫມັ້ນຄົງ ໃນຄວາມຮັກຂອງພຣະອົງ ຂໍໃຫ້ເຈົ້າຢູ່ໃນຄວາມຮັກຂອງພຣະອົງເພື່ອເຈົ້າຈະໄດ້ເຂົ້າໃຈ

ຄວາມຫມາຍທີ່ເປັນໄປໄດ້ຄື1)''ທາງຄວາມເຊື່ອ. ເຮົາອະທິຖານຂໍໃຫ້ເຈົ້າວາງຮາກລົງແລະຕັ້ງຫມັ້ນໃນຄວາມຮັກຂອງພຣະອົງເພື່ອເຈົ້າຈະໄດ້ເຂົ້າໃຈ ຫລື 2)''ທາງຄວາມເຊື່ອເມື່ອໄດ້ວາງຮາກລົງແລະຕັ້ງຫມັ້ນໃນຄວາມຮັກ.ຂອງພຣະອົງເຮົາອະທິຖານຂໍໃຫ້ເຈົ້າສາມາດເຂົ້າໃຈໄດ້''

ຂໍໃຫ້ວາງຮາກລົງແລະຕັ້ງຫມັ້ນຄົງໃນຄວາມມຮັກຂອງພຣະອົງ

ໂປໂລ ເວົ້າເຖິງຄວາມເຊື່ອຂອງພວກເຂົາເປັນເຫມືອນຕົ້ນໄມ້ທີ່ວາງຮາກລົງເລິກ ຫລື ເຮືອນທີ່ສ້າງຂຶ້ນເທິງຮາກຖານທີ່ແຂງແຮງ. ແປອີກຢ່າງຫນຶ່ງວ່າ: "ເພື່ອເຈົ້າຈະເປັນເຫມືອນຕົ້ນໄມ້ທີ່ວາງຮາກຫມັ້ນຄົງແລະຕຶກທີ່ສ້າງເທິງດານຫີນ'' (ເບິ່ງ: rc://*/ta/man/translate/figs-metaphor)

ເພື່ອເຈົ້າຈະໄດ້ເຂົ້າໃຈ

ນີ້ເປັນເລື່ອງທີ່ສອງທີ່ໂປໂລໄດ້ຄຸເຂົ່າອະທິຖານ ປະການແລກຄື ທີ່ພຣະເຈົ້າປຣະທານຄວາມເຂັ້ມແຂງໃຫ້ແກ່ພວກເຂົາ (3:14)ແລະທີ່ພຣະຄຣິດຈະໄດ້ປຣະທັບຢູ່ໃນໃຈພວກເຂົາທາງຄວາມເຊື່ອ(3:14).ແລະຄຳວ່າ ''ເຂົ້າໃຈ'' ເປັນສິ່ງທຳອິດທີ່ໂປໂລ ໄດ້ອະທິຖານຂໍໃຫ້ຊາວເອເຟໂຊທີ່ຈະເຂົ້າໃຈ.

ຜູ້ເຊື່ອທັງປວງ

''ຜູ້ເຊື່ອທັງຫມົດໃນພຣະຄຣິດ'' ຫລື ''ໄພ່ພົນທັງປວງ''

ຄວາມກວ້າງ ຄວາມຍາວ ຄວາມສູງ ແລະຄວາມເລິກ

ຄວາມຫມາຍທີ່ເປັນໄປໄດ້ຄື1) ຄຳເຫລົ່ານີ້ບັນລະຍາຍເຖິງພຣະສະຕິປັນຍາອັນຍິ່ງໃຫ່ຍຂອງພຣະເຈົ້າ ແປອີກຢ່າງຫນຶ່ງວ່າ: ''ພຣະເຈົ້າຜູ້ຊົງປັນຍາຢ່າງຫລວງຫລາຍ'' ຫລື 2) ຄຳເຫລົ່ານີ້ບັນລະຍາຍເຖິງຄວາມຮັກຂອງພຣະຄຣິດທີ່ມີຕໍ່ເຮົາ. ແປອີກຢ່າງຫນຶຶ່ງວ່າ ''ພຣະຄຣິດຊົງຮັກເຮົາຫລາຍພຽງໃດ" (ເບິ່ງ: rc://*/ta/man/translate/figs-metaphor)

ໃຫ້ເຈົ້າເຂົ້າໃຈຄວາມຍິ່ງໃຫຍ່ແຫ່ງຄວາມຮັກຂອງພຣະຄຣິດ

ນີ້ຄືສິ່ງທີສອງທີ່ໂປໂລໄດ້ອະທິຖານຂໍໃຫ້ຊາວເອເຟໂຊສາມາດເຮັດໄດ້ ປະການແລກຄື ເພື່ອພວກເຂົາຈະໄດ້ '''ເຂົ້າໃຈ'' ແປອີກຢ່າງຫນຶ່ງວ່າ: ''ເພື່ອເຈົ້າຈະໄດ້ຮູ້ວ່າຄວາມຮັກຂອງພຣະຄຣິດທີ່ມີຕໍ່ເຈົ້ານັ້ນຍິ່ງໃຫຍ່ພຽງໃດ''

ເພື່ອເຈົ້າຈະໄດ້ເຕັມປ່ຽມໄປດ້ວຍຄວາມຄົບບໍຣິບູນຂອງພຣະເຈົ້າ

ນີ້ເປັນຫົວຂໍ້ທີສາມທີ່ໂປໂລໄດ້ຄຸເຂົ່າລົງອະທິຖານ(3:14); ''ປະການແລກຄືເພື່ອພວກເຂົາຈະໄດ້ ''ເຂັ້ມແຂງ" (3:14),ແລະປະການທີສອງຄືເພື່ອພວກເຂົາຈະສາມາດເຂົ້າໃຈໄດ້" (3:18).