lo_tn/eph/02/17.md

1.9 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລບອກຜູ້ເຊື່ອຊາວເອເຟໂຊວ່າຜູ້ເຊື່ອຊາວຕ່າງຊາດໃນປະຈຸບັນໄດ້ຖືກເຮັດໃຫ້ເປັນອັນຫນຶ່ງອັນດຽວກັບອັກຄະສາວົກແລະຜູ້ປະກາດພຣະຄັມທີ່ເປັນຄົນຢິວ, ພວກເຂົາຕ່າງກໍ່ເປັນວິຫານຂອງພຣະເຈົ້າໃນພຣະວິນຍານ.

ປະກາດສັນຕິສຸກ

''ປະກາດຂ່າວປະເສີດແຫ່ງສັນຕິສຸກ'' ຫລື ''ບອກເລົ່າຂ່າວປະເສີດແຫ່ງສັນຕິສຸກ''

ເຈົ້າທັງຜູ້ທີ່ຢູ່ໄກ

ຄຳນີ້ຫມາຍເຖິງຄົນຕ່າງຊາດ ຫລື ຄົນທີ່ບໍ່ແມ່ນຄົນຢິວ.

ຜູ້ທີ່ຢູ່ໃກ້

ຫມາຍເຖິງຄົນຢິວ.

ເພາະໂດຍທາງພຣະເຢຊູເຮົາທັງສອງພວກຈຶ່ງໄດ້ເຂົ້າເຖິງ

ຄຳວ່າ ''ເຮົາທັງສອງ'' ໃນຂໍ້ນີ້ຫມາຍເຖິງໂປໂລ, ຜູ້ເຊື່ອທີ່ເປັນຄົນຢິວ, ແລະຜູ້ເຊື່ອທີ່ບໍ່ແມ່ນຄົນຢິວ. (ເບິ່ງ: rc://*/ta/man/translate/figs-inclusive)

ໂດຍພຣະວິນຍານອົງດຽວກັນ

ຜູ້ເຊື່ອທຸກຄົນ, ທັງຄົນຢິວແລະຄົນຕ່າງຊາດ, ໄດ້ຮັບສິດທີ່ຈະເຂົ້າໃນທີ່ປະທັບຂອງພຣະເຈົ້າພຣະບິດາໂດຍພຣະວິນຍານບໍຣິສຸດອົງດຽວກັນ.