lo_tn/eph/02/13.md

5.6 KiB

ບັດນີ້ໂດຍພຣະເຢຊູຄຣິດ

ໂປໂລໄດ້ເນັ້ນຄວາມແຕກຕ່າງຂອງຊາວເອເຟໂຊລະຫວ່າງກ່ອນທີ່ພວກເຂົາຈະໄດ້ມາເຊື່ອໃນພຣະຄຣິດ ແລະ ຫລັງຈາກທີ່ພວກເຂົາໄດ້ມາເຊື່ອໃນພຣະຄຣິດ.

ເຂົາເຊິ່ງຄັ້ງຫນຶ່ງເຄີຍຢູ່ຫ່າງໄກຈາກພຣະເຈົ້າກໍ່ຖືກນຳເຂົ້າມາໃກ້ແລະຜ່ານທາງພຣະໂລຫິດຂອງພຣະຄຣິດ

ເປັນເພາະຄວາມບາບຂອງຜູ້ເຊື່ອ, ພວກເຂົາຈຶ່ງໄດ້ຖືກແຍກຈາກພຣະເຈົ້າ. ແຕ່ວ່າຕອນນີ້, ພຣະເຢຊູໄດ້ນຳພວກເຂົາມາໃກ້ພຣະເຈົ້າໂດຍພຣະໂລຫິດຂອງພຣະອົງ.

ທາງພຣະໂລຫິດຂອງພຣະຄຣິດ

ພຣະໂລຫິດຂອງພຣະຄຣິດເປັນພາບເລັງເຖິງຄວາມຕາຍຂອງພຣະອົງ. ແປອີກຢ່າງຫນຶ່ງວ່າ: ''ໂດຍຄວາມຕາຍຂອງພຣະຄຣິດ'' ຫລື ''ເມື່ອພຣະຄຣິດຊົງຕາຍເພື່ອເຮົາ " (ເບິ່ງ: rc://*/ta/man/translate/figs-metonymy)

ພຣະອົງຊົງເປັນສັນຕິສຸກຂອງເຮົາ

''ພຣະເຢຊູຊົງສົ່ງສັນຕິສຸກຂອງພຣະອົງໃຫ້ແກ່ເຮົາ''

ຜູ້ຊົງເຮັດໃຫ້ຄົນສອງພວກລວມເປັນຫນຶ່ງດຽວກັນໄດ້

''ພຣະອົງໄດ້ຊົງເຮັດໃຫ້ຄົນຢິວຄົນແລະຄົນຕ່າງຊາດໃຫ້ເປັນອັນຫນຶ່ງອັນດຽວກັນ''

ໂດຍເນື້ອຫນັງຂອງພຣະອົງ

''ໂດຍຄວາມຕາຍແຫ່ງພຣະກາຍຂອງພຣະອົງເທິງໄມ້ກາງແຂນ''(ເບິ່ງ: rc://*/ta/man/translate/figs-metonymy)

ກຳແພງແຫ່ງຄວາມແຕກແຍກ

''ກຳແພງແຫ່ງຄວາມກຽດຊັງ'' ຫລື ''ກຳແພງແຫ່ງຄວາມປະສົງຮ້າຍ''

ທີ່ຂັດຂວາງເຮົາໄວ້

ຄຳວ່າ ''ເຮົາ'' ນີ້ຫມາຍເຖີງໂປໂລແລະຊາວເອເຟໂຊ. ຄົນຕ່າງຊາດໄດ້ຖືກແຍກອອກຈາກຄົນຢິວ. ແປອີກຢ່າງຫນຶ່ງວ່າ: ''ທີ່ເຄີຍແຍກເຮົາເຊິ່ງເປັນຄົນຢິວແລະຄົນຕ່າງຊາດອອກຈາກກັນ'' (ເບິ່ງ rc://*/ta/man/translate/figs-inclusive)

ພຣະອົງໄດ້ຍົກເລີກພຣະບັນຍັດແລະກົດຕ່າງໆ

ພຣະໂລຫິດຂອງພຣະເຢຊູ ເຮັດໃຫ້ບັດຍັດຂອງໂມເຊຄົບຖ້ວນ ເຮັດໃຫ້ທັງຄົນຢິວແລະຄົນຕ່າງຊາດສາມາດຢູ່ຮ່ວມກັນຢ່າງສະຫງົບໃນພຣະເຈົ້າໄດ້.

ຄົນໃຫມ່ຄົນດຽວ

ຄົນໃຫມ່ຄົນຫນຶ່ງ, ຄົນໄດ້ໄຖ່ມະນຸດຊາດ(ເບິ່ງ: rc://*/ta/man/translate/figs-metaphor)

ໃນພຣະອົງເອງ

ນີ້ຄືການເປັນອັນຫນຶ່ງອັນດຽວກັບພຣະຄຣິດເຊິ່ງເຮັດໃຫ້ທັງຄົນຢິວແລະຄົນຕ່າງຊາດໄດ້ມາຄືນດີກັນ.

ພຣະຄຣິດໄດ້ຊົງເຮັດໃຫ້ຄົນທັງສອງພວກໄດ້ຄືນດີ

''ພຣະຄຣິດໄດ້ນຳໃຫ້ຄົນຢິວແລະຄົນຕ່າງຊາດມາລວມກັນໄດ້ຢ່າງສະຫງົບສຸກ''

ດ້ວຍໄມ້ກາງແຂນ

ກາງແຂນໃນຂໍ້ນີ້ເລັງເຖິງການຕາຍຂອງພຣະຄຣິດເທິງໄມ້ກາງແຂນ. ແປອີກຢ່າງຫນຶ່ງວ່າ: ''ເພາະເຫດຄວາມຕາຍຂອງພຣະຄຣິດເທິງໄມ້ກາງແຂນ'' (ເບິ່ງ: rc://*/ta/man/translate/figs-metonymy)

ພຣະອົງໄດ້ກຳຈັດຄວາມເປັນສັດຕຣູກັນ

ການຢັບຢັ້ງການເປັນສັດຕຣູກັນຖືກເວົ້າເຖິງເຫມືອນເປັນການຄູ່ຄວາມການເປັນສັດຕຣູກັນເສຍ ໂດຍການຕາຍເທິງໄມ້ກາງແຂນພຣະເຢຊູໄດ້ກຳຈັດຕົ້ນເຫດທີ່ເຮັດໃຫ້ຄົນຢິວແລະຄົນຕ່າງຊາດເປັນສັດຕຣູກັນ ແລະຕອນນີ້ກໍ່ບໍ່ຈຳເປັນຕ້ອງຢູ່ພາຍໃຕ້ບັດຍັດຂອງໂມເຊອີກຕໍ່ໄປ. ແປອີກຢ່າງຫນຶ່ງວ່າ: ''ຢັບຢັ້ງບໍ່ໃຫ້ພວກເຂົາກຽດຊັງກັນ" (ເບິ່ງ: rc://*/ta/man/translate/figs-metaphor)