lo_tn/eph/02/04.md

4.6 KiB

ພຣະເຈົ້າຊົງປ່ຽມດ້ວຍຄວາມເມດຕາ

''ພຣະເຈົ້າຊົງອຸດົມດ້ວຍຄວາມເມດຕາ'' ຫລື ''ພຣະເຈົ້າຊົງເມດຕາກະລຸນາຕໍ່ເຮົາຢ່າງຫລາຍ''

''ເພາະຄວາມຮັກອັນຍິ່ງໃຫ່ຍທີ່ພຣະອົງຊົງຮັກເຮົາ'' ຫລື ''ເພາະພຣະອົງຊົງຮັກເຮົາຢ່າງຫລວງຫລາຍ''

''ເພາະຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງທີ່ມີສຳຫລັບເຮົາ'' ຫລື ''ເພາະພຣະອົງຊົງຮັກເຮົາຢ່າງຫລວງຫລາຍ''

ໃນຂະນະທີ່ເຮົາຕາຍແລັວເພາະການລ່ວງລະເມີດນັ້ນ ພຣະອົງຊົງນຳເຮົາມາສູ້ຊີວິດໃຫມ່ໃນພຣະຄຣິດ

ຂໍ້ນີ້ສະແດງໃຫ້ເຫັນວ່າຄົນບາບບໍ່ສາມາດທີ່ຈະເຊື່ອຟັງພຣະເຈົ້າໄດ້ ຈົນກວ່າເຂົາຈະໄດ້ຮັບຊີວິດໃຫມ່ຝ່າຍວິນຍານ ເຊິ່ງເປັນເຫມືອນຄົນທີ່ຕາຍແລັວບໍ່ສາມາດຕອບສະຫນອງທາງຮ່າງກາຍໄດ້ຈົນກວ່າເຂົາຈະເປັນຄືນມາຈາກຄວາມຕາຍ.(ເບິ່ງ: rc://*/ta/man/translate/figs-metaphor)

ພຣະອົງນຳເຮົາມາສູ່ຊີວິດໃຫ່ມດ້ວຍໃນພຣະຄຣິດ

ຄຳວ່າ ''ໃນພຣະຄຣິດ'' ແລະຄຳທີ່ມີຄວາມຫມາຍຄ້າຍຄືກັນເປັນຄຳປຽບທຽບທີ່ພົບກັນຫລາຍໃນຈົດຫມາຍຕ່າງໆ ໃນພຣະສັນຍາໃຫ່ມ ເປັນຄຳທີ່ເວົ້າເຖິງຄວາມສຳພັນທີ່ຫນຽວແຫນ້ນທີ່ສຸດລະຫວ່າງພຣະຄຣິດກັບບັນດາຄົນທີ່ເຊື່ອໃນພຣະອົງ.

ທີ່ທ່ານລອດໄດ້ນັ້ນກໍ່ເປັນເພາະພຣະຄຸນ

ຄຳນີ້ສາມາດລຽງປະໂຫຍກໃຫມ່ໄດ້ໂດຍໃຫ້ປະທານເປັນປະໂຫຍກເປັນຜູ້ເຮັດ ຫລື ເຮັດແທນກໍ່ໄດ້ ແປອີກຢ່າງຫນຶ່ງວ່າ: ''ພຣະເຈົ້າໄດ້ຊົງຊ່ວຍເຮົາໃຫ້ລອດເພາະຄວາມເມດຕາກະລຸນາຢ່າງຫລວງຫລາຍໃນພຣະອົງທີ່ມີຕໍ່ເຮົາ''(ເບິ່ງ: rc://*/ta/man/translate/figs-activepassive)

ພຣະເຈົ້າເຮັດໃຫ້ເຮົາເປັນຂຶ້ນມາດ້ວຍກັນແລະນັ່ງດ້ວຍກັນກັບພຣະຄຣິດ,ໃນສະຫວັນສະຖານ

ເຊັ່ນດຽວທີ່ພຣະອົງໄດ້ເຮັດໃຫ້ພຣະຄຣິດເປັນຂຶ້ນມາ, ພຣະອົງກໍ່ຈະຊົງເຮັດໃຫ້ເຮົາເປັນຂຶ້ນມາດ້ວຍ, ແລະ ເຮົາຈະຢູ່ດ້ວຍກັນກັບພຣະຄຣິດໃນສະຫວັນ.

ໃນສະຫວັນສະຖານ

ໃນໂລກເຫນືອທຳມະຊາດ ຄຳວ່າ. ''ສະຫວັນ'' ຫມາຍເຖິງສະຖານທີທີ່ພຣະເຈົ້າຊົງປະທັບຢູ່. ໃຫ້ເບິ່ງການແປຄຳນີ້ໃນບົດທີ 1:3.

ໃນພຣະເຢຊູຄຣິດ

''ຄຳວ່າ ໃນພຣະເຢຊູຄຣິດ'' ແລະໃນຄຳນີ້ມີຄວາມຫມາຍຄ້າຍຄືກັນ ເປັນຄຳປຽບທຽບທີ່ພົບເຫັນກັນຫລາຍເທື່ອໃນຈົດ ຫມາຍຕ່າງໆ ໃນພຣະສັນຍາໃຫ່ມ. ເປັນຄຳທີ່ເວົ້າເຖິງຄວາມສຳພັນທີ່ຫນຽວແຫນ້ນທີ່ສຸດລະຫວ່າງພຣະຄຣິດກັບບັນດາຄົນທີ່ເຊື່ອໃນພຣະອົງ.

ໃນຍຸກທີ່ຈະມາເຖິງ

''ໃນອະນາຄົດ''