lo_tn/eph/02/01.md

2.9 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລເຕືອນສະຕິຜູ້ເຊື່ອເຖິງອາດີດຂອງພວກເຂົາແລະສະພາບປະຈຸບັນຂອງພວກເຂົາຕໍ່ພຣະເຈົ້າ.

ເຂົາໄດ້ຕາຍແລັວເພາະການລ່ວງລະເມິດແລະຄວາມບາບທັງຫລາຍຂອງເຂົາ

ນີ້ສະແດງໃຫ້ເຫັນວ່າຄົນບາບບໍ່ສາມາດທີ່ຈະເຊື່ອຟັງພຣະເຈົ້າໄດ້ ເປັນເຫມືອນຄົນຕາຍທີ່ບໍ່ສາມາດຕອບສະຫນອງທາງຮ່າງກາຍໄດ້. (ເບິ່ງ: rc://*/ta/man/translate/figs-metaphor)

ການລ່ວງລະເມິດແລະຄວາມບາບທັງຫລາຍຂອງເຂົາ

ຄຳວ່າ ''ລ່ວງລະເມີດ'' ແລະ ''ຄວາມບາບ'' ມີຄວາມຫມາຍທີ່ຄ້າຍຄືກັນ ໂປໂລໃຊ້ທັງສອງຄຳນີ້ຣ່ວມກັນເພື່ອເນັ້ນເຖິງຄວາມບາບທີ່ຫລວງຫລາຍຂອງຜູ້ຄົນ. (ເບິ່ງ: rc://*/ta/man/translate/figs-doublet)

ຕາມຍຸກສະໄຫມຂອງໂລກ

ໂປໂລ ອັກຄະທູດໃຊ້ຄຳວ່າ'' ໂລກ'' ເພື່ອເລັງເຖິງພຶດຕິກຳການເຫັນແກ່ຕົວແລະຄ່ານິຍົມທີ່ຊົ່ວຊ້າຂອງຄົນທີ່ອາໄສຢູ່ໃນໂລກນີ້. ແປອີກຢ່າງຫນຶ່ງວ່າ: ''ຕາມຄ່ານິຍົມທີ່ຄົນອາໄສຢູ່ໃນໂລກນີ້'' ຫລື ''ຕາມຫລັກການຕ່າງໆ ຂອງໂລກປະຈຸບັນນີ້'' (ເບິ່ງ: rc://*/ta/man/translate/figs-metonymy)

ເທບຜູ້ຄອງຍ່ານຟ້າອາກາດ

ນີ້ຫມາຍເຖິງມານຫລືຊາຕານ.

ວິນຍານທີ່ກຳລັງເຄື່ອນໃຫວຢູ່

''ວິນຍານຂອງຊາຕານ,ຜູ້ທີ່ກຳລັງເຄື່ອນໃຫວ''

ຄວາມຕ້ອງການຂອງເນື້ອຫນັງແລະຄວາມຄິດ

ຄຳວ່າ ''ເນື້ອຫນັງ'' ແລະ ''ຄວາມຄິດ'' ເລັງເຖິງຕົວບຸກຄົນນັ້ນທັງຫມົດ. (ເບິ່ງ: rc://*/ta/man/translate/figs-metonymy)

ຜູ້ທີ່ຕ້ອງຖືກລົງໂທດ

ຄົນທ່ີ່ພຣະເຈົ້າຊົງພຣະພິໂຣດ (ພຣະເຈົ້າຮ້າຍ) (ເບິ່ງ: rc://*/ta/man/translate/figs-metaphor)