lo_tn/eph/01/22.md

2.4 KiB

ພຣະເຈົ້າເປັນຜູ້ຄວບຄຸມ

''ພຣະເຈົ້າໄດ້ຊົງຕັ້ງ'' ຫລື ''ພຣະເຈົ້າໄດ້ຊົງໃສ່'' (UDB)

ທຸກສິ່ງຢູ່ໃຕ້ພຣະບາດຂອງພຣະຄຣິດ

ຄຳວ່າ ''ຕີນ'' ເລັງເຖິງຄວາມເປັນເຈົ້ານາຍ, ຜູ້ມີອຳນາດ, ແລະຣິດເດດຂອງພຣະຄຣິດ. ແປອີກຢ່າງຫນຶ່ງວ່າ: ''ທຸກສິ່ງພາຍໃຕ້ຣິດອຳນາດຂອງພຣະຄຣິດ" (ເບິ່ງ: rc://*/ta/man/translate/figs-metonymy)

ເຮັດໃຫ້ພຣະອົງເປັນຫົວ...ໃນພຣະກາຍຂອງພຣະອົງ

ເຊັ່ນດຽ່ວກັບຮ່າງກາຍຂອງມະນຸດ, ຫົວໄດ້ປົກຄອງເຫນືອທຸກສິ່ງທີ່ກຽ່ວກັບຮ່າງກາຍຂອງຫົວນັ້ນ, ດັ່ງນັ້ນພຣະຄຣິດຊົງເປັນຫົວຂອງຄຣິສຕະຈັກ.(ເບິ່ງ: rc://*/ta/man/translate/figs-metaphor)

ໃຫ້ພຣະອົງເປັນຫົວເຫນືອສັບພະສິ່ງໃນຄຣິສຕະຈັກ

ຄຳວ່າ ''ຫົວ'' ໃນທີ່ນີ້ຫມາຍເຖິງຜູ້ນຳ ຫລື ຜູ້ຮັບຜິດຊອບ. ແປອີກຢ່າງຫນຶ່ງວ່າ: ''ຜູ້ຄອບຄອງເຫນືອທຸກສິ່ງໃນຄຣິສຕະຈັກ" (ເບິ່ງ: rc://*/ta/man/translate/figs-metaphor)

ຄຣິສຕະຈັກເປັນພຣະກາຍຂອງພຣະອົງ

ຄຣິສຕະຈັກມັກຖືກອ້າງເຖິງຫລາຍເທື່ອ ວ່າເປັນພຣະກາຍຂອງພຣະຄຣິດ. (ເບິ່ງ: rc://*/ta/man/translate/figs-metaphor)

ເປັນຄວາມບໍຣິບູນຂອງພຣະອົງຜູ້ເຕີມເຕັມທຸກສິ່ງໃນທຸກທາງ

''ພຣະຄຣິດຊົງຢູ່ເຕັມຄຣິສຕະຈັກດ້ວຍຊີວິດແລະຣິດອຳນາດຂອງພຣະອົງເຊັ່ນດຽ່ວກັບທີ່ພຣະອົງໄດ້ປະທານຊີວິດໃຫ້ແກ່ທຸກໆສິ່ງ''