lo_tn/eph/01/03.md

3.0 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລ ເລີ້ມຈົດຫມາຍຂອງທ່ານໂດຍການເວົ້າເຖິງ ຖານະຕຳແຫນ່ງຂອງຜູ້ເຊື່ອ ແລະຄວາມປອດໄພຂອງພວກເຂົາຕໍ່ພຣະພັກພຣະເຈົ້າ.

ຂໍ້ມູນທົ່ວໄປ:

ໃນພຣະຄັມສະບັບນີ້, ຄຳວ່າ ''ເຮົາ''ແລະ"ພວກເຮົາ" ຫມາຍເຖິງໂປໂລ,ບັນດາຜູ້ເຊື່ອຊາວເອເຟໂຊ, ລວມເຖິງຜູ້ເຊື່ອທັງ ຫມົດ ນອກຈາກຈະລະບຸໄວ້ເປັນຢ່າງອື່ນ. (ເບິ່ງ: rc://*/ta/man/translate/figs-inclusive)

ຂໍໃຫ້ພຣະເຈົ້າແລະພຣະບິດາຂອງອົງພຣະເຢຊູຄຣິດເຈົ້າໄດ້ຮັບການສັນຣະເສີນ

ປະໂຫຍກນີ້ສາມາດລຽງໄດ້ໃຫມ່ ໂດຍໃຫ້ປະທານປະໂຫຍກເປັນຜູ້ເຮັດ. ແປອີກຢ່າງຫນຶ່ງວາ່: ''ໃຫ້ເຮົາສັນຣະເສີນພຣະເຈົ້າແລະພຣະບິດາຂອງອົງພຣະເຢຊູຄຣິດອົງພຣະຜູເປັນເຈົ້າຂອງເຮົາ'' (ເບິ່ງ: rc://*/ta/man/translate/figs-activepassive)

ຜູ້ໄດ້ປຣະທານພຣະພອນແກ່ພວກເຮົາ

''ເພາະວ່າພຣະເຈົ້າໄດ້ອວຍພອນພວກເຮົາ''

ພຣະພອນຝ່າຍວິນຍານທຸກປະການ

''ພຣະພອນທຸກຢ່າງມາຈາກພຣະວິນຍານຂອງພຣະເຈົ້າ''

ໃນສະຫວັນສະຖານ

ໃນໂລກທີ່ເຫນືອທຳມະຊາດ. ຄຳວ່າ ''ສະຫວັນ'' ຫມາຍເຖິງສະຖານທີ່ພຣະເຈົ້າປະທັບຢູ່.

ໃນພຣະຄຣິດ

''ຄຳວ່າໃນພຣະຄຣິດ'' ແລະຄຳທີ່ມີຄວາມຫມາຍຄ້າຍຄືກັນເປັນຄຳປຽບທຽບທີ່ເຫັນຫລາຍເທື່ອໃນຈົດຫມາຍຕ່າງໆໃນພຣະສັນຍາໃຫມ່. ເປັນຄຳທີ່ເວົ້າເຖິງຄວາມສຳພັນທີ່ຫມັ້ນຄົງທີ່ສຸດລະຫວ່າງພຣະຄຣິດກັບບັນດາຄົນທີ່ເຊື່ອໃນພຣະອົງ.

ບໍຣິສຸດໂດຍບໍ່ມີຂໍ້ຕິຕຽນ

ໂປໂລໃຊ້ຄຳທີ່ຄ້າຍຄືກັນທັງສອງຄຳເພື່ອເນັ້ນຢໍ້າເຖິງຄວາມດີດ້ານສິລະທັມ. (ເບິ່ງ: rc://*/ta/man/translate/figs-doublet)