lo_tn/eph/01/01.md

2.6 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລໄດ້ເອີ້ນຕົວເອງວ່າເປັນຜູ້ຂຽນຈົດຫມາຍສະບັບນີ້ໄປຍັງບັນດາຜູ້ເຊື່ອໃນຄຣິສຕະຈັກທີ່ເມື່ອງເອເຟໂຊ.

ຂໍ້ມູນທົ່ວໄປ:

ນອກເຫນືອຈາກຈົດຫມາຍທີ່ບັນທືກໄວ້ ນອກນັ້ນທຸກຄຳວ່າ ''ເຈົ້າ'' ແລະ ''ຂອງເຈົ້າ'' ຫມາຍເຖິງບັນດາຜູ້ເຊື່ອ ຊາວເອເຟໂຊເຊັ່ນດຽ່ວກັບຜູ້ເຊື່ອທຸກຄົນ ດັ່ງນັ້ນຈຶ່ງເປັນຄວາມຫລາກຫລາຍ (ເບິ່ງ: rc://*/ta/man/translate/figs-you)

ໂປໂລ, ອັກຄະສາວົກ...ເຖິງຊາວເອເຟໂຊ ຜູ້ເປັນໄພ່ພົນຂອງພຣະເຈົ້າ

ພາສາຂອງທ່ານອາດມີວິທີ່ສະເພາະທີ່ຈະເເນະນຳຜູ້ຂຽນຈົດ ຫມາຍແລະການສົ່ງເຖິງຜູ້ມາຟັງ ແປໄດ້ອີກວ່າ: ຂ້າພະເຈົ້າໂປໂລ, ຜູ້ເປັນອັກຄະສາວົກ...ໄດ້ຂຽນຈົດຫມາຍສະບັບນີ້ມາຍັງເຈົ້າ,ຜູ້ບໍຣິສຸດຂອງພຣະເຈົ້າ ໃນເມືອງເອເຟໂຊ''

ຜູ້ຊື່ສັດໃນອົງພຣະເຢຊູຄຣິດ

''ໃນພຣະເຢຊູຄຣິດ'' ແລະ ຄຳທີ່ຄ້າຍຄືແບບນີ້ເປັນຄຳປຽບທຽບທີ່ປະກົດຫລາຍເທື່ອ ໃນຈົດຫມາຍໃນພຣະສັນຍາໃຫມ່ຄຳເຫລົ່ານີ້ເວົ້າເຖິງ ຄວາມສຳຄັນທີ່ຫນຽວແຫນັ້ນທີ່ສຸດລະຫວ່າງພຣະຄຣິດກັບບັນດາຄົນທີ່ເຊື່ອໃນພຣະອົງ. (ເບິ່ງ: rc://*/ta/man/translate/figs-metaphor)

ຂໍໃຫ້ພຣະຄຸນແລະສັນຕິສຸກຈົ່ງສະຖິດຢູ່ກັບເຈົ້າທັງຫລາຍ

ນີ້ເປັນຄຳທັກທາຍແລະການອວຍພອນແບບປົກກະຕິ ທີ່ໂປໂລ ໃຊ່ໃນຈົດຫມາຍຂອງລາວເລື້ອຍໆ.