lo_tn/ecc/12/10.md

2.1 KiB

ຄຳເວົ້າ​ຂອງ​ຄົນມີ​ປັນຍາ ... ໄດ້ສອນດ້ວຍຜູ້ລ້ຽງຄົນຫນຶ່ງ

ຜູ້ຂຽນປຽບທຽບອາຈານຄຣູຄື ຜູ້ທີ່ໃຊ້ຄຳເວົ້າຂອງລາວ ເພື່ອແນະນຳໂດຍໃຊ້ເຄື່ອງມືໃນການນຳພາຝູງແກະຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ເປັນເຫມືອນກັບ​ໄມ້ເທົ້າ

"ຄົນທີ່ມີປັນຍາກະຕຸ້ນໃຫ້ພວກເຮົາປະຕິບັດ, ຄືກັບໄມ້ແຊ້ງຫວາຍທີ່ຕ້ອນສັດໃຫ້ເຄື່ອນຍ້າຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເປັນເຫມືອນກັບຕະປູ​ອັນ​ແຫລມຄົມຂອງຄຳເວົ້າບັນດາເຈົ້ານາຍໃນສຸພາສິດ​ຕ່າງໆທີ່​ຮວບຮວມ​ໄວ້

"ເຫມືອນກັບວ່າ ເຈົ້າສາມາດອາສັຍຕະປູທີ່ຖືກຕອກລົງເລິກ, ເຈົ້າສາມາດເຊື່ອຖືສຸພາສິດທີ່ຂຽນໂດຍຄົນມີປັນຍາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຄຳເວົ້າຂອງບັນດາເຈົ້ານາຍໃນສຸພາສິດ​ຕ່າງໆທີ່​ຮວບຮວມ​ໄວ້

"ຄຳເວົ້າຂອງຜູ້ທີ່ຊ່ຽວຊານໃນການລວບລວມຄຳສຸພາສິດ".

ທີ່ຊຶ່ງຜູ້ລ້ຽງຄົນຫນຶ່ງ​ໄດ້ສອນ

"ຊຶ່ງຜູ້ລ້ຽງຄົນຫນຶ່ງໄດ້ສອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)