lo_tn/ecc/11/06.md

3.9 KiB

ເຮັດວຽກງານ​ດ້ວຍມືຂອງເຈົ້າ

ອາດແປໄດ້ອີກວ່າ: "ສືບຕໍ່ເຮັດວຽກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ບໍ່ວ່າຈະເປັນຕອນເຊົ້າ ຫລື ​ຕອນແລງ, ຫລື ສິ່ງນີ້ ຫລື ສິ່ງນັ້ນ

ສອງວະລີນີ້ ໂດຍພື້ນຖານແລ້ວມັນມີຄວາມຫມາຍຢ່າງດຽວກັນ ແລະ ເນັ້ນວ່າ ວຽກງານຂອງຄົນເຮົາອາດຈະຈະເຣີນຮຸ່ງເຮືອງ, ບໍ່ວ່າລາວຈະໄດ້ເຮັດໃນເວລາໃດກໍຕາມ. ອາດແປໄດ້ອີກວ່າ: "ບໍ່ວ່າແນວພັນທີ່ເຈົ້າປູກໃນຕອນເຊົ້າຫລື ແນວພັນທີ່ເຈົ້າປູກໃນຕອນແລງ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-ellipsis]])

ແສງສະຫວ່າງເຮັດໃຫ້ສົດຊື່ນ

ຄຳວ່າ "ແສງສະຫວ່າງ" ໃນທີ່ນີ້ຫມາຍເຖິງການສາມາດເບິ່ງດວງອາທິດ ແລະ ເພາະສະນັ້ນ ຈຶ່ງມີຊີວິດຢູ່. ອາດແປໄດ້ອີກວ່າ: "ຄວາມສາມາດເບິ່ງດວງຕາເວັນແມ່ນເຮັດໃຫ້ສົດຊື່ນ" ຫລື "ການມີຊີວິດຢູ່ເຮັດໃຫ້ສົດຊືື່ນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໃນຕາ​ທີ່​ຫລຽວເຫັນດວງຕາເວັນ

ວະລີນີ້ຫມາຍເຖິງໂດຍພື້ນຖານແລ້ວມີຄວາມຫມາຍຢ່າງດຽວກັນກັບວະລີທີ່ຜ່ານມາ. ອາດແປໄດ້ອີກວ່າ: "ສຳລັບບຸກຄົນທີ່ຈະເບິ່ງດວງອາທິດ" ຫລື "ທີ່ຈະມີຊີວິດຢູ່." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-parallelism]])

ຄວາມສຸກຕະຫລອດປີເຫລົ່ານັ້ນ

ຄຳວ່າ "ພວກມັນ" ຫມາຍເຖິງປີທີ່ຄົນເຮົາມີຊີວິດຢູ່.

ວັນແຫ່ງຄວາມມືດ​ທີ່ຈະ​ມາເຖິງ

ນີ້ແມ່ນຄຳວ່າ “ຄວາມມືດ” ຫມາຍເຖິງຄວາມຕາຍ. ອາດແປໄດ້ອີກວ່າ: "ຈັກມື້ທີ່ເຂົາຈະຕາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ທີ່ຈະ​ມາເຖິງເພາະວັນແຫ່ງຄວາມມືດກໍຈະ​ມີຫລວງຫລາຍ

ຄຳວ່າ "ພວກເຂົາ" ຫມາຍເຖິງ "ວັນແຫ່ງຄວາມມືດ". ອາດແປໄດ້ອີກວ່າ: "ເພາະວ່າ ເຂົາຈະຕາຍເປັນເວລາຫລາຍມື້ຫລາຍກວ່າທີ່ເຂົາຈະມີຊີວິດຢູ່" ຫລື "ເພາະວ່າ ເຂົາຈະຕາຍຕະຫລອດໄປ."

ທຸກສິ່ງ​ທີ່ຈະເກີດຂຶ້ນ​

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ທຸກຢ່າງທີ່ເກີດຂຶ້ນຫລັງຈາກຄວາມຕາຍ" ຫລື 2) "ທຸກຢ່າງທີ່ເກີດຂຶ້ນໃນອະນາຄົດ."