lo_tn/ecc/11/01.md

2.6 KiB

ຈົ່ງໂຍນເຂົ້າຈີ່ຂອງເຈົ້າ​ລົງເທິງນ້ຳ, ເພາະຫລັງຈາກນັ້ນອີກຫລາຍວັນ​ເຈົ້າ​​ຈະ​ພົບມັນອີກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ທີ່ບຸກຄົນຄວນມີຄວາມເອື້ອເຟື້ອເພື່ອແຜ່ກັບຊັບສົມບັດຂອງລາວ ແລະ ຈາກນັ້ນກໍຈະໄດ້ຮັບຄວາມເອື້ອເຟື້ອເພື່ອແຜ່ຈາກຄົນອື່ນ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor), ຫລື 2) ທີ່ບຸກຄົນຄວນລົງທຶນຊັບພະຍາກອນຂອງຕົນຢູ່ຕ່າງປະເທດ ແລະ ຈະໄດ້ຜົນ ກຳໄຣຈາກມັນ.

ຈົ່ງ​ແບ່ງມັນ​ໃຫ້ອີກເຈັດຄົນ, ເຖິງແມ່ນຈະເຖິງແປດຄົນກໍຕາມ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ເພື່ອແບ່ງປັນຊັບສິນຂອງເຈົ້າກັບຫລາຍໆຄົນ, ຫລື 2) ເພື່ອລົງທືນຊັບພະຍາກອນຂອງເຈົ້າໃນຫລາຍໆບ່ອນ.

ເຈັດ, ເຖິງແມ່ນຈະເຖິງແປດ

ອາດແປໄດ້ອີກວ່າ: "7, ແມ່ນແຕ່ 8" ຫລື "ຫລາຍ" (ເບິ່ງເພີ່ມເຕີມ [[rc:///ta/man/translate/translate-numbers]] ແລະ [[rc:///ta/man/translate/figs-idiom]])

ເພາະ​ເຈົ້າ​ບໍ່​ຮູ້​ວ່າອັນຕະລາຍ​ຊະນິດ​ໃດ​ຈະ​ເກ​ີດຂຶ້ນເທິງໂລກນີ້

ປະໂຫຍກຕໍ່ໄປນີ້ທີ່ວ່າ "ເທິງແຜ່ນດິນໂລກ" ຫມາຍຄວາມວ່າ "ໃນໂລກ" ຫລື "ໃນສັງຄົມ."

ເມກເຫລົ່ານັ້ນກໍຈະເທຝົນລົງ​ມາ ເທິງ​ແຜ່ນດິນໂລກ

ວະລີຕໍ່ໄປນີ້ທີ່ວ່າ "ເທິງແຜ່ນດິນໂລກ" ຫມາຍຄວາມວ່າ "ຢູ່ເທິງພື້ນດິນ."

ໄປທາງ​ທິດເຫນືອຫລືທາງ​ທິດໃຕ້

ອາດແປໄດ້ອີກວ່າ: "ໃນທິດທາງໃດກໍຕາມ".