lo_tn/ecc/09/06.md

2.5 KiB

​ສິ່ງ​ໃດອີກເລີຍທີ່ເກີດຂຶ້ນ​ຢູ່​ພາຍໃຕ້​ດວງ​ຕາເວັນ

ອາດແປໄດ້ອີກວ່າ: "ສິ່ງທີ່ຄົນເຮົາເຮັດພາຍໃຕ້ດວງອາທິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈົ່ງກິນ​ອາຫານ​ຂອງ​ເຈົ້າ​ດ້ວຍຄວາມຊື່ນບານ, ແລະ ດື່ມ​ເຫລົ້າ​ອະງຸ່ນ​ຂອງເຈົ້າດ້ວຍຈິດໃຈ​ທີ່ມີຄວາມສຸກ

ສອງວະລີນີ້ມີຄວາມຫມາຍຄ້າຍຄືກັນ ແລະ ເນັ້ນເຖິງຄວາມສຳຄັນຂອງການມ່ວນຊື່ນ ກັບກິຈະກຳພື້ນຖານຂອງຊີວິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈົ່ງກິນ​ອາຫານ​ຂອງ​ເຈົ້າ​ດ້ວຍຄວາມຊື່ນບານ

ອາດແປໄດ້ອີກວ່າ: "ກິນອາຫານດ້ວຍຄວາມເບີກບານ"

ດື່ມ​ເຫລົ້າ​ອະງຸ່ນ​ຂອງເຈົ້າດ້ວຍຈິດໃຈ​ທີ່ມີຄວາມສຸກ

ຄຳວ່າ "ຈິດໃຈ" ໃນທີ່ນີ້ຫມາຍເຖິງອາຣົມ. ອາດແປໄດ້ອີກວ່າ: "ດື່ມເຫລົ້າອະງຸ່ນຂອງເຈົ້າດ້ວຍຄວາມສຸກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈົ່ງ​ເຮັດ​ໃຫ້ເສື້ອຜ້າຂອງເຈົ້າຂາວຢູ່ສະເຫມີ​ ແລະ​ສະໂລມຫົວຂອງເຈົ້າດ້ວຍນໍ້າມັນ

ການນຸ່ງເສື້ອຂາວ ແລະ ສະໂລມນ້ຳມັນໃສ່ຫົວ ຊຶ່ງເປັນສັນຍານຂອງຄວາມຍິນດີ ແລະການສະເຫລີມສະຫລອງ.

​ສະໂລມຫົວຂອງເຈົ້າດ້ວຍນໍ້າມັນ

ອາດແປໄດ້ອີກວ່າ: "ທາຫົວຂອງເຂົາດ້ວຍນ້ຳມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)