lo_tn/ecc/09/03.md

1.3 KiB

ທຸກສິ່ງ​ທີ່​ເກີດຂຶ້ນ

ອາດແປໄດ້ອີກວ່າ: "ທຸກຢ່າງທີ່ຄົນເຮົາເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຊາຕາກຳຢ່າງດຽວກັນ

ຄຳວ່າ "ຊາຕາກຳ" ໃນທີ່ນີ້ຫມາຍເຖິງຄວາມຕາຍ.

​ຈິດ​ໃຈຂອງ​ມະນຸດ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ຮ້າຍ, ແລະ ​ຄວາມ​ບ້າບໍກໍຢູ່ໃນຈິດໃຈຂອງ​ພວກເຂົາ

ຄຳວ່າ "ຈິດໃຈ" ໃນທີ່ນີ້ີ້ຫມາຍເຖິງຄວາມຄິດ ແລະ ອາລົມ. ອາດແປໄດ້ອີກວ່າ: "ມະນຸດແມ່ນເຕັມໄປດ້ວຍຄວາມຊົ່ວຮ້າຍ, ແລະ ຄວາມຄິດຂອງພວກເຂົາກໍໂງ່ຈ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາກໍ​ໄປຫາຄົນຕາຍ

ອາດແປໄດ້ອີກວ່າ: "ພວກເຂົາໄປສະຖານທີ່ຄົນຕາຍ" ຫລື "ພວກເຂົາຕາຍ".