lo_tn/ecc/05/15.md

4.0 KiB

ຄົນຫນຶ່ງອອກ​ແຕ່ຕົວເປົ່າສັນໃດ... ເຂົາ​ກໍ​ຈະຈາກຊີວິດນີ້​ໄປ​ແຕ່ໂ​ຕເປົ່າ​ສັນນັ້ນ

ນອກເຫນືອຈາກການທີ່ບໍ່ມີເຄື່ອງນຸ່ງ, ໃນທີ່ນີ້ ຄຳວ່າ “ໂຕເປົ່າ” ໄດ້ເນັ້ນເຖິງວ່າ ຄົນເຮົາເກີດມາໂດຍບໍ່ມີຊັບສົມບັດໃດໆ. ອາດແປໄດ້ອີກວ່າ: "ຄົນເຮົາຈະເປືອຍກາຍ ແລະ ບໍ່ມີສິ່ງໃດໃນເວລາທີ່ລາວເກີດ ... ລາວຈະຈາກຊີວິດນີ້ໄປຢ່າງດຽວກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຂົາ​ກໍ​ຈະຈາກຊີວິດນີ້​ໄປ

ອາດແປໄດ້ອີກວ່າ: "ເຂົາຈະຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ເຂົາ​ບໍ່ສາມາດເອົາສິ່ງໃດຕິດມື

ອາດແປໄດ້ອີກວ່າ: "ເຂົາບໍ່ສາມາດເອົາຫຍັງໄປກັບເຂົາໄດ້ເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄົນຫນຶ່ງໄດ້​ເກີດ​ມາ​ສັນໃດ, ເຂົາ​ກໍ​ຕ້ອງຈາກ​ໄປ​ສັນນັ້ນ

ຫມາຍເຖິງການກຳເນີດ ແລະ ການຕາຍຂອງຄົນ ແລະເປັນການສະແດງຄວາມຄິດດຽວກັນກັບຂໍ້ທີ່ຜ່ານມາ.

ດັ່ງນັ້ນຄົນເຮົາ​ຈະໄດ​້ປະໂຫຍດອັນໃດ ໃນການເຮັດວຽກ​ຫນັກທີ່ໄດ້ແຕ່ຈັບລົມ?

ຜູ້ຂຽນໃຊ້ຄຳຖາມນີ້ ເພື່ອເນັ້ນເຖິງຈຸດຂອງລາວວ່າ ບໍ່ມີປະໂຫຍດຫຍັງ ໃນການເຮັດວຽກໃຫ້ກັບອາກາດ. ອາດແປໄດ້ອີກວ່າ: "ບໍ່ມີໃຜໄດ້ຮັບຜົນປະໂຫຍດໃດໆ ໃນການເຮັດວຽກກັບອາກາດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ການເຮັດວຽກ​ຫນັກທີ່ໄດ້ແຕ່ຈັບລົມ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພະຍາຍາມທີ່ຈະຈັບລົມ" ຫລື 2) "ເຮັດວຽກສໍາລັບອາກາດທີ່ເຂົາຫາຍໃຈ"

ເຂົາກິນ​ດ້ວຍຄວາມ​ມືດມົນ

ໃນຄຳນີ້ “ຄວາມມືດ” ຫມາຍເຖິງສະຖານະການທີ່ໂສກເສົ້າ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ໃນຊ່ວງຊີວິດຂອງເຂົາ ກິນໃນຄວາມເສົ້າໃຈ" ຫລື 2) "ໃນຊ່ວງຊີວິດຂອງເຂົາຖືກໃຊ້ໄປກັບຄວາມທຸກໂສກ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-idiom]])

ຄວາມ​ໂສກເສົ້າຢ່າງຍິ່ງໃຫຍ່ ດ້ວຍຄວາມ​ເຈັບປ່ວຍ, ແລະ ຄວາມ​ໂກດຮ້າຍ​

ອາດແປໄດ້ອີກວ່າ: "ແລະທົນທຸກທໍຣະມານຫລາຍ, ໃນການເຈັບປ່ວຍ ແລະ ຄວາມໂກດຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)