lo_tn/deu/33/28.md

2.4 KiB

ອິສະຣາເອນໄດ້ພັກອາໄສຢູ່....ນຳ້ພຸຂອງຢາໂຄບນັ້ນຫມັ້ນຄົງຢູ່

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໂມເຊກ່າວເຖິງອະນາຄົດຄືກັບວ່າມັນແມ່ນອະດີດທີ່ຈະເນັ້ນໃຫ້ເຫັນວ່າສິ່ງທີ່ລາວກຳລັງເວົ້າຈະເປັນຄວາມຈິງ, "ອິດສະຣາເອນຈະຢູ່ ... ນຳ້ພຸຂອງຢາໂຄບຈະຫມັ້ນຄົງປອດໄພ" ຫລື 2) ໂມເຊກຳລັງອວຍພອນອິດສະຣາເອນ, "ຂໍໃຫ້ອິດສະຣາເອນອາໄສຢູ່ ... ແລະຂໍໃຫ້ນຳ້ພຸຂອງຍາໂຄບປອດໄພ. " (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ນຳ້ພຸຂອງຢາໂຄບ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ເຮືອນຂອງຢາໂຄບຫລື 2) ເຊື້ອສາຍຂອງຢາໂຄບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈົ່ງໃຫ້,ທ້ອງຟ້າທັງຫລາຍຂອງພຣະອົງຢາດນຳ້ຄ້າງ

ຢາດນຳ້ຄ້າງໄດ້ຖືກກ່າວເຖິງວ່າມັນມີຫລາຍຈົນວ່າມັນຄືຝົນຕົກ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໂມເຊກຳລັງອວຍພອນຊາວອິດສະຣາເອນ, "ອາດຈະມີນຳ້ຄ້າງຫລາຍປົກຄຸມແຜ່ນດິນຄືກັບຝົນຕົກ" ຫລື 2) ໂມເຊກຳລັງບອກສິ່ງທີ່ຈະເກີດຂື້ນໃນອະນາຄົດ, "ນຳ້ຄ້າງຈະປົກຄຸມແຜ່ນດິນຄືກັບຝົນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຢາດນຳ້ຄ້າງ

ນຳ້ທີ່ກໍ່ໂຕຢູ່ເທິງໃບໄມ້ ແລະຫຍ້າໃນຕອນເຊົ້າທີ່ອາກາດເຢັນຫລາຍ. ແປຄືໃນ 32: 1.