lo_tn/deu/33/27.md

3.0 KiB

ພຣະເຈົ້າຜູ້ຊົງເປັນນິຣັນດອນ,ຄືທີ່ລີ້ໄພ

ຄຳນາມທີ່ເປັນນາມມະທຳນີ້ຫມາຍເຖິງບ່ອນຢູ່ ຫລືບ່ອນທີ່ປອດໄພຈາກອັນຕະລາຍ, ສາມາດຖືກກ່າວເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ພຣະເຈົ້າຜູ້ນິລັນຈະປົກປ້ອງປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພາຍໃຕ້ຄືພຣະກາຍທີ່ນິຣັນດອນ

ຄຳເວົ້າທີ່ວ່າ “ອ້ອມແຂນນິລັນ” ແມ່ນຄຳປຽບທຽບເຖິງຄຳສັນຍາຂອງພຣະຢາເວທີ່ຈະປົກປ້ອງປະຊາຊົນຂອງພຣະອົງຕະຫລອດໄປ. ອາດແປໄດ້ອີກວ່າ: "ພຣະອົງຈະອຸ້ມຊູ ແລະເບິ່ງແຍງປະຊາຊົນຂອງພຣະອົງຕະຫລອດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງຊົງຂັບໄລ່ສັດຕຣູອອກໄປ...ພຣະອົງໄດ້ກ່າວ

ໂມເຊກ່າວເຖິງອະນາຄົດຄືກັບວ່າມັນແມ່ນອະດີດທີ່ຈະເນັ້ນໃຫ້ເຫັນວ່າສິ່ງທີ່ລາວກຳລັງເວົ້າຈະເປັນຄວາມຈິງ. ອາດແປໄດ້ອີກວ່າ "ພຣະອົງຈະຂັບໄລ່ອອກໄປ ... ພຣະອົງຈະກ່າວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ຕໍ່ຫນ້າຕໍ່ຕາພວກທ່ານ...ທຳລາຍເສຍ

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ “ເຈົ້າ” ແລະ ຄຳສັ່ງທີ່ວ່າ “ຈະທຳລາຍ” ຢູ່ນີ້ແມ່ນອ້າງເທິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ພຣະອົງໄດ້ກ່າວວ່າ, "ຈົ່ງທຳລາຍເສຍ!"

ຖ້າວົງຢືມໂດຍກົງນີ້ບໍ່ສາມາດໃຊ້ໄດ້ກັບພາສາຂອງທ່ານ, ທ່ານອາດຈະປ່ຽນມັນເປັນຄຳອ້າງອີງທາງອ້ອມ. ອາດແປໄດ້ອີກວ່າ: "ລາວຈະບອກທ່ານໃຫ້ທໍາລາຍພວກເຂົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-quotations)