lo_tn/deu/33/23.md

2.6 KiB

ຂໍ້ມູນທົ່ວໄປ:

ໂມເຊຍັງສືບຕໍ່ອວຍພອນບັນດາເຜົ່າຂອງອິດສະຣາເອນ; ຄຳອວຍພອນເປັນເຫມືອນບົດກະວີສັ້ນ. ລາວເວົ້າກ່ຽວກັບເຊື້ອສາຍຂອງ ເຜົ່າເນັບທາລີຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ອີ່ມໃຈຢູ່ກັບຄວາມດີໃຈ

ພຣະຢາເວກຳລັງພໍໃຈກັບເນັບທາລີຄືເວົ້າເຖິງວ່າ "ຄວາມພໍໃຈ" ແມ່ນອາຫານທີ່ເນັບທາລີກິນຈົນກວ່າລາວຈະບໍ່ຫິວອີກຕໍ່ໄປ. ອາດແປໄດ້ອີກວ່າ: "ຜູ້ໃດມີທຸກສິ່ງທີ່ດີທີ່ລາວປາຖະຫນາ ເພາະວ່າພຣະຢາເວພໍໃຈກັບເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຕັມໄປດ້ວຍພຣະພອນຂອງພຣະຢາເວ

ພຣະພອນໄດ້ຖືກກ່າວເຖິງຄືກັບວ່າພວກເຂົາເປັນອາຫານທີ່ ເນັບທາລີກິນຈົນກວ່າລາວຈະບໍ່ກິນໄດ້ອີກຕໍ່ໄປ. ອາດແປໄດ້ອີກວ່າ: "ຜູ້ທີ່ພຣະຢາເວໄດ້ອວຍພອນເພື່ອໃຫ້ເຂົາມີທຸກສິ່ງທີ່ເຂົາຕ້ອງການ"

ຈົ່ງຢຶດຄອງດິນເເດນ

ໂມເຊເວົ້າຄືກັບວ່າຊົນເຜົ່າເນັບທາລີເປັນຜູ້ຊາຍຄົນໜຶ່ງ, ສະນັ້ນ ຄຳເວົ້າເຫລົ່ານີ້ອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ດິນເເດນທາງຕາເວັນຕົກເເລະທາງໃຕ້

ໃນນີ້ຫມາຍເຖິງດິນແດນອ້ອມຮອບທະເລສາບຄາລີເລ. ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ອາດເຮັດໃຫ້ຈະແຈ້ງຂຶ້ນໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)