lo_tn/deu/33/18.md

3.4 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ອວຍພອນບັນດາເຜົ່າອິດສະຣາເອນແຕ່ລະເຜົ່າ; ຄຳອວຍພອນເປັນເຫມືອນບົດກະວີສັ້ນ. ລາວເວົ້າກັບບັນດາເຜົ່າຂອງເຊບູຣູນ ແລະອິດຊາຄາຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ, ສະນັ້ນ ຄຳວ່າ "ຂອງທ່ານ" ແລະ ຄຳ ສັ່ງທີ່ວ່າ "ຊື່ນຊົມຍິນດີ" ຢູ່ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-you]])

ເຊບູລູນ, ຈົ່ງຊື່ນຊົມຍິນດີເຖີດ, ໃນການອອກໄປ, ເເລະພວກທ່ານ, ອິດຊາຄາ, ຈົ່ງຢູ່ໃນເຕັນ

ປະຊາຊົນຂອງເຊບູລູນມີທີ່ຕັ້ງຢູ່ໃກ້ທະເລເມດິເຕີເລນຽນ. ພວກເຂົາເດີນທາງດ້ວຍທາງທະເລ ແລະຄ້າຂາຍກັບຜູ້ຄົນຕ່າງໆ. ປະຊາຊົນຂອງອິດຊາຄາມັກການດຳລົງຊີວິດທີ່ສະຫງົບສຸກ ແລະເຮັດວຽກດິນແດນຕົນເອງ ແລະລ້ຽງສັດ. ທ່ານສາມາດເຮັດໃຫ້ຂໍ້ມູນນີ້ເຂົ້າໃຈໄດ້ຊັດເຈນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ທີ່ນັ້ນເຂົາຈະຖວາຍ

“ມີບ່ອນທີ່ພວກເຂົາຈະຖວາຍ”

ເຄື່ອງບູຊາເເຫ່ງຄວາມຊອບທຳ

“ ການຖວາຍທີ່ຖືກຍອມຮັບ” ຫລື “ ການຖວາຍທີ່ສົມຄວນ”

ເພາະພວກເຂົາຈະດູດກິນຄວາມອຸດົມສົມບູນໃນທ້ອງທະເລທັງຫລາຍ, ເເລະຈາກເມັດຊາຍເທິງຫາດຊາຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພວກເຂົາຈະຄ້າຂາຍກັບຄົນເດີນທະເລ ຫລື 2) ພວກເຂົາເລີ່ມໃຊ້ດິນຊາຍໃນການເຮັດເຄື່ອງປັ້ນດິນເຜົາ.

ເພາະພວກເຂົາຈະດູດກິນຄວາມອຸດົມສົມບູນໃນທ້ອງທະເລທັງຫລາຍ

ຄຳພາສາເຮັບເຣິ ທີ່ແປວ່າ "ດູດ" ໃນນີ້ໝາຍເຖິງວິທີທີ່ເດັກນ້ອຍດູດນົມຢູ່ໃນເຕົ້ານົມຂອງແມ່. ມັນຫມາຍເຖິງປະຊາຊົນຈະໄດ້ຮັບຄວາມຮັ່ງມີ ຈາກທະເລຄືກັບເດັກນ້ອຍທີ່ໄດ້ຮັບນົມຈາກແມ່ຂອງເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)