lo_tn/deu/33/16.md

3.5 KiB

ຂໍ້ມູນເພີ່ມເຕີມ

ໂມເຊຍັງສືບຕໍ່ອວຍພອນບັນດາເຜົ່າຂອງອິດສະຣາເອນ; ຄຳອວຍພອນເປັນເຫມືອນບົດກະວີສັ້ນ. ລາວສືບຕໍ່ພັນລະນາເຖິງເຜົ່າຂອງໂຢເຊັບ, ດັ່ງທີ່ລາວໄດ້ເລີ່ມຕົ້ນໃນປີ 33:13. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຂໍໃຫ້ດິນເເດນຂອງເຂົາໄດ້ຮັບສິ່ງມີຄ່າຕ່າງໆ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງອວຍພອນດິນແດນຂອງເຂົາ." ແປຄືໃນ 33:13. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄວາມອຸດົມສົມບູນຂອງມັນ

ຄຳນາມທີ່ເປັນນາມມະທຳ "ຄວາມອຸດົມສົມບູນ" ສາມາດຖືກແປເປັນປະໂຫຍກຄຳກິລິຍາ. ອາດແປໄດ້ອີກວ່າ: "ສິ່ງທີ່ມັນຜະລິດເປັນຈຳນວນຫລວງຫລາຍ"

ພຣະອົງຜູ້ຢູ່ໃນຟຸ່ມໄມ້ນັ້ນ

ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ພຣະຢາເວ, ຜູ້ທີ່ເວົ້າກັບໂມເຊຈາກພຸ່ມໄມ້ທີ່ລຸກໄຫມ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂໍໃຫ້ພຣະພອນມາຍັງຫົວຂອງໂຢເຊບ

ການປຽບທຽບນີ້ເຫມືອນຊາຍຄົນຫນຶ່ງກຳລັງວາງມືໃສ່ຫົວຂອງລູກຊາຍ ແລະຂໍໃຫ້ພຣະເຈົ້າອວຍພອນລູກຊາຍ. ຜູ້ຊາຍໃນທີ່ນີ້ແມ່ນພຣະຢາເວ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະຢາເວອວຍພອນໂຢເຊບເຫມືອນກັບບິດາໃຫ້ພອນແກ່ລູກຊາຍຂອງເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມາຍັງຫົວຂອງໂຢເຊບ, ແລະຫົວຜູ້ປົກຄອງເຫນືອພວກພີ່ນ້ອງຂອງເຂົາ

ໃນທີ່ນີ້ “ຫົວ” ແລະ “ເທິງຫົວ” ຫມາຍເຖິງທັງຫມົດຂອງບຸກຄົນ ແລະ ເປັນອ້າງອີງໄປເຖິງລູກຫລານຂອງໂຢເຊັບ. ອາດແປໄດ້ອີກວ່າ: "ດຳລົງຢູ່ເຫນືອລູກຫລານຂອງໂຢເຊັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເທິງຫົວ

ຄວາມຫມາຍທີ່ເປັນໄປໄດ້ອີກປະການຫນຶ່ງແມ່ນ "ສ່ວນຫນ້າເຫນືອຄິ້ວ" ຫລື "ຫນ້າຜາກ."