lo_tn/deu/33/12.md

2.0 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊຍັງສືບຕໍ່ອວຍພອນບັນດາເຜົ່າຂອງອິດສະຣາເອນ; ຄຳອວຍພອນເປັນເຫມືອນບົດກະວີສັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຜູ້ທີ່ເປັນພຣະຢາເວຊົງຮັກເເລະຢູ່ຄຽງຂ້າງເຂົາຢ່າງຫມັ້ນຄົງ

ໃນນີ້ໂມເຊໄດ້ກ່າວເຖິງສະມາຊິກຂອງເຜົ່າເບັນຢາມິນ. ສາມາດຖືກລະບຸໄວ້ໃນຮູບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຄົນທີ່ພຣະຢາເວຮັກມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຢູ່ຄຽງຂ້າງເຂົາຢ່າງຫມັ້ນຄົງ

ຄຳນາມທີ່ເປັນນາມມະທຳ "ຄວາມຫມັ້ນຄົງ" ສາມາດແປໄດ້ໂດຍໃຊ້ຄຳກິລິຍາ. ອາດແປໄດ້ອີກວ່າ: "ອາໃສຢູ່ບ່ອນທີ່ບໍ່ມີໃຜສາມາດ ທຳຮ້າຍເຂົາໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ມີຊີວິດຢູ່ລະຫວ່າງອ້ອມພຣະກາຍຂອງພຣະຢາເວ

ຄວາມໝາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວປົກປ້ອງເຜົ່າຂອງເບັນຢາມິນດ້ວຍອຳນາດຂອງພຣະອົງຫລື 2) ພຣະຢາເວປຣະທັບຢູ່ໃນເຂດພູຂອງເຜົ່າເບັນຢາມິນ. ໃນທັງສອງການແປນີ້, ຫມາຍຄວາມວ່າພຣະຢາເວດູແລພວກເຂົາ.