lo_tn/deu/32/37.md

2.9 KiB

ຂໍ້ມູນທົ່ວໄປ:

ໂມເຊກ່າວເຖິງບົດກະວີທີ່ມ່ວນຊື່ນກັບຊາວອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພະຕ່າງໆ, ຂອງພວກເຂົາຢູ່ໃສ ກ້ອນຫີນທີ່ພວກເຂົາເຂົ້າລີ້ໄພຢູ່ໃສ?

ພຣະຢາເວຕໍ່ວ່າຊາວອິດສະຣາເອນ ເຖິງການສະແຫວງຫາການປົກປ້ອງຈາກພະອື່ນ. ຄຳຖາມນີ້ສາມາດແປເປັນຄຳເວົ້າໄດ້. ອາດແປໄດ້ອີກວ່າ: "ເບິ່ງແມ້, ພະຕ່າງໆທີ່ຊາວອິດສະຣາເອນຄິດວ່າຈະປົກປ້ອງພວກເຂົາບໍ່ໄດ້ມາຊ່ວຍພວກເຂົາເລີຍ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metaphor]])

ພະຕ່າງໆ ທີ່ກິນໄຂມັນທີ່ເປັນເຄື່ອງບູຊາຂອງພວກເຂົາເເລະດື່ມເຫລົ້າອະງຸ່ນທີ່ເປັນເຄື່ຶອງບູຊາພວກເຂົາຢູ່ທີ່ໃດບໍ

ໃນນີ້ພຣະຢາເວໄດ້ເຢາະເຢີ້ຍປະຊາຊົນອິດສະຣາເອນຍ້ອນການຖວາຍເຄື່ອງບູຊາແດ່ພະອື່ນໆ. ຄຳຖາມນີ້ສາມາດແປເປັນຄຳເວົ້າໄດ້. ອາດແປໄດ້ອີກວ່າ: "ບັນດາພະທີ່ຊາວອິດສະຣາເອນຖວາຍຊີ້ນ ແລະເຫລົ້າແວງບໍ່ເຫັນມາຊ່ວຍເຫລືອພວກເຂົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈົ່ງໃຫ້ພະເຫລົ່ານັ້ນລຸກຂຶ້ນເເລະຊ່ວຍພວກທ່ານເຖີດ; ຈົ່ງໃຫ້ພະເຫລົ່ານັ້ນປົກປ້ອງພວກທ່ານເຖີດ

ພຣະຢາເວກ່າວສິ່ງນີ້ເພື່ອເຢາະເຢີ້ຍຊາວອິດສະຣາເອນ. ພຣະອົງຮູ້ວ່າພະເຫລົ່ານີ້ບໍ່ສາມາດຊ່ວຍພວກເຂົາໄດ້. ອາດແປໄດ້ອີກວ່າ: "ຮູບປັ້ນເຫລົ່ານີ້ແມ່ນບໍ່ສາມາດລຸກຂື້ນ ແລະຊ່ວຍຫລືປົກປ້ອງທ່ານໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-irony)