lo_tn/deu/32/35.md

2.3 KiB

ຂໍ້ມູນທົ່ວໄປ:

ໂມເຊກ່າວເຖິງບົດກະວີທີ່ມ່ວນຊື່ນກັບຊາວອິດສະຣາເອນ. ລາວສືບຕໍ່ອ້າງເຖິງຖ້ອຍຄຳຂອງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ການເເກ້ເເຄ້ນເປັນຂອງເຮົາທີ່ຈະມອບຄືນເເລະຕອບເເທນ

ຄຳວ່າ "ແກ້ແຄ້ນ" ແລະ "ຕອບແທນ" ໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ອາດແປໄດ້ອີກວ່າ: "ເຮົາຈະມີການແກ້ແຄ້ນ ແລະລົງໂທດສັດຕູຂອງອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຕອບເເທນ

ລົງໂທດຫລືໃຫ້ລາງວັນແກ່ບຸກຄົນໃດຫນຶ່ງໃນສິ່ງທີ່ເຂົາໄດ້ເຮັດ.

ຕີນຂອງເຂົາຫມື່ນ

ມີບາງສິ່ງທີ່ບໍ່ດີໄດ້ເກີດຂື້ນກັບພວກເຂົາ. ອາດແປໄດ້ອີກວ່າ: "ພວກເຂົາສິ້ນຫວັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ວັນເເຫ່ງໄພພິບັດສຳລັບພວກເຂົາ

"ເປັນເວລາທີ່ເຮົາຈະທຳລາຍພວກເຂົາ"

ແລະສິ່ງຕ່າງໆ ທີ່ຕ້ອງມາເຖິງພວກເຂົາກໍເກີດຂຶ້ນຢ່າງໄວ

ພຣະຢາເວກ່າວເຖິງສິ່ງທີ່ບໍ່ດີທີ່ຈະເກີດຂື້ນກັບສັດຕູຂອງພຣະອົງຄືກັບວ່າສິ່ງທີ່ບໍ່ດີແມ່ນຄົນຫນຶ່ງທີ່ກະຕືລືລົ້ນທີ່ຈະລົງໂທດພວກເຂົາ. ອາດແປໄດ້ອີກວ່າ: "ແລະເຮົາຈະລົງໂທດພວກເຂົາຢ່າງໄວວາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)