lo_tn/deu/32/25.md

2.6 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊກ່າວເຖິງບົດກະວີທີ່ມ່ວນຊື່ນກັບຊາວອິດສະຣາເອນ. ລາວສືບຕໍ່ອ້າງເຖິງຖ້ອຍຄຳຂອງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພາຍນອກມີດາບຈະດັບສູນຊີວິດ

ໃນນີ້ “ດາບ” ເປັນຕົວແທນໃຫ້ກອງທັບຂອງສັດຕູ. ອາດແປໄດ້ອີກວ່າ: "ເມື່ອຊາວອິດສະຣາເອນຢູ່ນອກ, ກອງທັບຂອງສັດຕູຈະຂ້າພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ກໍຈະມີຄວາມຢ້ານ

ພຣະຢາເວກ່າວເຖິງຄວາມຢ້ານກົວຄືກັບວ່າມັນເປັນຄົນທີ່ເຂົ້າມາໃນເຮືອນ ແລະຂ້າຄົນທີ່ອາໄສຢູ່ໃນນັ້ນ. ອາດແປໄດ້ອີກວ່າ: "ເຈົ້າຈະຕາຍເພາະເຈົ້າຢ້ານກົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຄົນຫນຸ່ມເເລະຍິງສາວບໍຣິສຸດ, ເດັກນ້ອຍ, ເເລະຊາຍທີ່ມີຜົມຫງອກ

ຂໍ້ເຫລົ່ານີ້ທີ່ອະທິບາຍເຖິງຄົນທີ່ມີອາຍຸແຕກຕ່າງກັນໄດ້ຖືກລວມເຂົ້າກັນ ຫມາຍຄວາມວ່າຄົນທຸກປະເພດຈະຕ້ອງຕາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ເຮົາໄດ້ເວົ້າວ່າເຮົາຈະ...ກະຈາຍໄປ,ທີ່ເຮົາຈະ...ມະນຸດຊາດ

ໃນນີ້ສາມາດແປເປັນປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຮົາເວົ້າວ່າ, ເຮົາຈະ ... ອອກໄປ, ແລະເຮົາຈະ ... ມະນຸດຊາດ" "(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-quotations)

ທີ່ເຮົາຈະເຮັດໃຫ້ອານຸສອນຂອງພວກເຂົາຫມົດໄປຈາກທ່າມກາງມະນຸດ

"ເຮົາຈະເຮັດໃຫ້ທຸກຄົນລືມກ່ຽວກັບພວກເຂົາ"